ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອວຍພອນ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.
ເຜີຍແຜ່ໂດຍ: admin ເວລາ: 15/05/2022 15:31:31 ຈຳນວນຢ້ຽມຊົມ 238 ຄັ້ງ ສຳເນົາໃນວັນທີ 15 ມັງກອນ 2021, ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກອວຍພອນ ເຖິງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິ ວັດລາວ ສະໄໝທີ XI ເຊິ່ງມີເນື້ອໃນ ດັ່ງນີ້:
ສະຫາຍ ທອງລຸນ ສີສຸລິດ ທີ່ຮັກແພງ,
ຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຂໍສົ່ງມິດ ຈິດມິດໃຈອັນສະໜິດສະໜົມ, ຄໍາອວຍພອນໄຊຢ່າງສຸດອົກສຸດໃຈ ເຖິງ ສະຫາຍ ທອງລຸນ ສີສຸລິດ ເນື່ອງໃນໂອກາດທີ່ສະຫາຍໄດ້ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.
ການທີ່ສະຫາຍໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ເປັນການສະແດງເຖິງຄວາມໄວ້ເນື້ອ ເຊື່ອໃຈຂອງທົ່ວພັກ, ທົ່ວປວງຊົນ ກໍ່ຄືບັນດາຜົນງານການປະກອບສ່ວນອັນໃຫຍ່ຫຼວງຂອງສະຫາຍ ຕໍ່ພາລະກິດການປະຕິວັດລາວ. ຂ້າພະເຈົ້າເຊື່ອ ໝັ້ນຢ່າງໝັກແໜ້ນວ່າ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ໂດຍມີສະຫາຍເປັນເລຂາທິການໃຫຍ່, ປະຊາຊົນລາວອ້າຍນ້ອງ ຈະສືບ ຕໍ່ຍາດໄດ້ຜົນສໍາເລັດໃໝ່, ໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່, ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢ່າງມີໄຊ; ສ້າງ ປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມ.
ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບພັກ, ລັດຖະບານ ແລະ ປະຊາຊົນລາວ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ນັບຂະ ຫຍາຍຕົວຢ່າງບໍ່ຢັ້ງ ກ້າວເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ, ເພື່ອ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ຫວຽດນາມ-ລາວ ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ອວຍພອນ ສະຫາຍເລຂາທິການໃຫຍ່ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນ.
15/05/2022 15:52:33
07/07/2023 09:34:39
27/03/2023 14:14:59
11/04/2023 15:35:02
03/02/2023 11:05:16
12/11/2022 07:31:47
15/05/2022 15:50:50
15/05/2022 15:49:53
15/05/2022 09:49:40
15/05/2022 15:47:56
15/05/2022 16:59:46
29/07/2022 14:58:20
15/05/2022 15:35:03
15/05/2022 15:48:31
14/05/2022 20:32:50
15/05/2022 10:24:39
12/05/2021 16:28:03