ຮຽນ: ສະຫາຍບຸນຍັງວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປລາວທີ່ນັບຖື ແລະຮັກແພງ.
ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ຮັບຈົດໝາຍທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບອັນອົບອຸ່ນ ແລະສະໜິດສະໜົມຂອງສະຫາຍເລຂາທິການໃຫຍ່ບຸນຍັງວໍລະຈິດ ໃນບໍ່ດົນທີ່ຜ່ານມາ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ເຫັນວ່າການສະໜັບສະໜູນຊ່ວຍເຫຼືອຂອງຝ່າຍຈີນ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ການສະກັດກັ້ນ, ປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ສປປລາວ. ນະທີ່ນີ້, ຂ້າພະເຈົ້າຕາງໜ້າໃຫ້ພັກກອມມູນິດຈີນ, ລັດຖະບານຈີນ ແລະ ປະຊາຊົນຈີນສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ຝ່າຍລາວພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວທີ່ມີສະຫາຍເລຂາທິການໃຫຍ່ບຸນຍັງວໍລະຈິດ ເປັນແກນນໍາ ທີ່ຍາດໄດ້ຜົນສຳເລັດໃນວຽກງານການສະກັດກັ້ນ, ການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ສປປລາວ. ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ເພີ່ມທະວີການຮ່ວມມືກັນໃນການຕ້ານການລະບາດຂອງພະຍາດໂຄວິດ-19, ພ້ອມທັງ ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍຈີນ-ລາວກໍຄືປະຊາຄົມສາກົນ, ພວກເຮົາຈະສາມາດພ້ອມກັນຍາດໄດ້ໄຊຊະນະໃນຂັ້ນສຸດທ້າຍ ຂອງການຕໍ່ສູ້ຕ້ານການລະບາດຂອງພະຍາດດັ່ງກ່າວນີ້ໄດ້ຢ່າງແນ່ນອນ.
ຂ້າພະເຈົ້າຖືສຳຄັນລະດັບສູງໃນການເພີ່ມພູນຄູນສ້າງແລະເສີມຂະຫຍາຍສາຍພົວພັນລະຫວ່າງສອງພັກ, ສອງປະເທດຈີນ-ລາວ, ຍິນດີຮ່ວມກັບສະຫາຍພ້ອມກັນຊຸກຍູ້ການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບສຳຄັນຂອງສອງຝ່າຍ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ເດີນໜ້າດ້ວຍຄວາມໝັ້ນທ່ຽງ, ນໍາເອົາຜົນປະໂຫຍດມາສູ່ສອງປະເທດແລະປະຊາຊົນສອງຊາດໃຫ້ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.
ຂ້າພະເຈົ້າຮັບຊາບວ່າພັກປະຊາຊົນປະຕິວັດລາວຈະດຳເນີນກອງປະຊຸມໃຫຍ່ຄັ້ງທີXI ຂອງຕົນໃນຕົ້ນປີ 2021, ພັກກອມມູນິດຈີນຈະໃຫ້ການສະໜັບສະໜູນຕໍ່ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີXI ຂອງພັກປະຊາຊົນປະຕິວັດລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນແລະອວຍພອນໃຫ້ການຈັດກອງປະຊຸມໃຫຍ່ດັ່ງກ່າວປະສົບຜົນສຳເລັດຢ່າງຈົບງາມ; ຂໍສະແດງຄວາມຍິນດີຕ້ອນຮັບສະຫາຍເລຂາທິການໃຫຍ່ບຸນຍັງວໍລະຈິດມາຢ້ຽມຢາມສປຈີນໃນເວລາທີ່ທັງສອງຝ່າຍມີຄວາມສະດວກ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າຈະໄດ້ພົບກັບສະຫາຍອີກເທື່ອໃໝ່.
ວັນທີ 15 ມິຖຸນາ 2020
ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ,
ປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນ
15/05/2022 15:52:33
07/07/2023 09:34:39
27/03/2023 14:14:59
11/04/2023 15:35:02
03/02/2023 11:05:16
12/11/2022 07:31:47
15/05/2022 15:50:50
15/05/2022 15:49:53
15/05/2022 09:49:40
15/05/2022 15:47:56
15/05/2022 16:59:46
29/07/2022 14:58:20
15/05/2022 15:48:31
15/05/2022 15:35:03
14/05/2022 20:32:50
15/05/2022 10:24:39
12/05/2021 16:28:03