ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາການຈັດຕັ້ງປະຕິບັດ ກົດລະບຽບພັກປະຊາຊົນປະຕິວັດລາວ
ເຜີຍແຜ່ໂດຍ: moderator ເວລາ: 09/07/2026 15:11:00 ຈຳນວນຢ້ຽມຊົມ 1022 ຄັ້ງ ໃນວັນທີ 09 ກໍລະກົດ 2026, ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝ XII. ໃຫ້ກຽດເປັນປະທານໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ບຸນເຫຼືອ ພັນດານຸວົງ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ຍົກໃຫ້ເຫັນເນື້ອໃນສໍາຄັນຂອງ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເປັນຕົ້ນແມ່ນ: ການພິຈາລະນາຮັບຮອງເອົາແຜນດໍາເນີນງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII; ແບບແຜນວິທີເຮັດວຽກ ແລະ ການພົວພັນລະຫວ່າງ ເລຂາຄະນະບໍລິ ຫານງານພັກ ກັບ ປະທານຄະນະກໍາມະການປົກຄອງເມືອງ, ນະຄອນ; ການສ້າງຕັ້ງຕາແສງ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງຄະນະພັກຮາກຖານ; ແຜນຜັນຂະຫຍາຍແຜນພັດທະນາເສດຖະ ກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈເປັນເອກະພາບຢ່າງກວ້າງ ຂວາງ ແລະ ເລິກເຊິ່ງ ຕໍ່ການນໍາພາ-ຊີ້ນໍາ ຂອງຂັ້ນເທິງໃນການກໍານົດທິດທາງ, ໜ້າວຽກຈຸດສຸມຕ່າງໆ ເພື່ອເປັນເອກະພາບສູງ, ບຸກທະລຸການພັດທະນາປະເທດຊາດໃນສະເພາະໜ້າ ແລະ ຍາວນານ.
ພ້ອມກັນນັ້ນ, ສະຫາຍ ຍັງໄດ້ສືບຕໍ່ເຜີຍແຜ່ ເນື້ອໃນກົດລະບຽບພັກ, ຄໍາແນະນໍາ ເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026 ກ່ຽວກັບ ການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII, ປະກອບດ້ວຍ 15 ໝວດ, 64 ມາດຕາ; ໂດຍໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສໍາຄັນ, ບັນດາໝວດ ແລະ ມາດຕາ ທີ່ກອງປະຊຸມໃຫຍ່ຂອງພັກ ໄດ້ເປັນເອກະພາບປັບປຸງດັດແປງໃໝ່.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກ, ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ກໍາແໜ້ນເນື້ອໃນຈິດໃຈຂອງ ບັນດາເອກະສານສໍາຄັນດັ່ງກ່າວ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານ ໃຫ້ປະກົດຜົນເປັນຈິງ.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46



