ກອງປະຊຸມທາບທາມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນຄະນະພົວພັນຕ່າງປະເທດສູນກາງພັກ ຄຸ້ມຄອງ
ເຜີຍແຜ່ໂດຍ: moderator ເວລາ: 17/02/2026 11:33:08 ຈຳນວນຢ້ຽມຊົມ 678 ຄັ້ງ ວັນທີ 17 ກຸມພາ 2026, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເປີດກອງປະຊຸມທາບທາມພະນັກງານນໍາພາ-ຄຸ້ມຄອງ ຂັ້ນຄະນະພົວພັນຕ່າງປະເທດສູນກາງພັກ ຄຸ້ມຄອງ ຮອບທີ 1 ທີ່ ຄຕພ, ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊິ່ງມີ ຄະນະພັກ-ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ພະນັກງານສະມາຊິກພັກບໍານານ, ຄະນະພະແນກ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ສະຫາຍ ປອ ວາລະໄຊ ເລັ່ງສະຫວັດ, ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຂຶ້ນຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030, 032/ກມສພ, ບົດແນະນໍາ ສະບັບເລກທີ 292/ຄຈສພ ວ່າດ້ວຍ ມາດຕະຖານຂອງພະນັກງານ ແລະ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ແລະ ດໍາລັດ 461/ລບ ວ່າດ້ວຍມາດຕະຖານຕໍາແໜ່ງບໍລິຫານຂອງລັດຖະກອນ ແຫ່ງ ສປປ ລາວ ເຊິ່ງໄດ້ເນັ້ນໃຫ້ເຫັນເຖິງບັນດາມາດຖານ-ເງື່ອນໄຂຂອງແຕ່ລະຕໍາແໜ່ງງານ, ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສໍາຄັນຂອງການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ເປັນວຽກງານໜຶ່ງທີ່ສໍາຄັນພື້ນ ຖານຂອງວຽກງານພະນັກງານ ເພື່ອເປັນບ່ອນອີງ ທັງຍັງເປັນການຄາດຄະເນເປົ້າໝາຍຈັດວາງພະນັກງານເຂົ້າໃນຕໍາ ແໜ່ງງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງສະເພາະໜ້າ ແລະ ຍາວນານ, ຕອບສະໜອງໄດ້ທາງດ້ານຈໍານວນ, ຄຸນນະພາບ ແລະ ໂຄງປະກອບບຸກຄະລາກອນຄົບຊຸດ ຕາມຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການເມືອງໃນຕໍ່ໜ້າ. ຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຕະຫຼອດໄລຍະ 05 ປີຜ່ານມາ, ນໍາສະເໜີໂດຍ ສະ ຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ, ກໍາມະການຄະນະພັກ, ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ. ໃນໂອກາດດຽວກັນ ໃນກອງປະຊຸມຍັງໄດ້ດໍາເນີນການທາບທາມຢັ່ງຫາງສຽງ ເພື່ອເລືອກເຟັ້ນເອົາພະນັກງານນໍາພາ-ຄຸ້ມຄອງຂອງ ຄຕພ ເພື່ອບັນຈຸເຂົ້າໃນແຜນຕໍ່ໜ້ານີ້.
23/06/2026 13:38:06
15/06/2026 15:59:03
09/06/2026 16:37:23
03/06/2026 09:12:19
03/06/2026 09:06:12
28/05/2026 15:32:56
29/07/2022 15:17:46
10/04/2025 15:37:41
13/06/2023 14:17:31
30/05/2023 10:28:03
10/04/2025 15:18:32
23/04/2025 13:17:35
16/07/2025 16:30:18
09/12/2022 14:35:10
30/07/2025 16:01:28
26/02/2025 15:29:23


