ປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ ແລ້ວ
ເຜີຍແຜ່ໂດຍ: admin ເວລາ: 11/03/2022 11:08:52 ຈຳນວນຢ້ຽມຊົມ 593 ຄັ້ງ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສສ ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ໃນເວລາ 8:15 ໂມງຂອງວັນທີ 9 ສິງຫາ 2021 ໂດຍມີ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຝ່າຍລາວ ໃຫ້ການຕ້ອນຮັບ.
ການເດີນທາງມາຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 9 - 10 ສິງຫາ ນີ້, ຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມໃຫ້ກ້າວເຂົ້າສູ່ລວງເລິກຍິ່ງໆຂຶ້ນ.
(ຂ່າວ-ພາບ: ສຸກສະຫວັນ)
05/12/2025 11:16:48
04/12/2025 15:32:18
03/12/2025 16:09:31
03/12/2025 15:56:33
03/12/2025 15:09:58
02/12/2025 10:21:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30

