ບົດຄວາມ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ເຜີຍແຜ່ໂດຍ: moderator ເວລາ: 02/12/2025 10:21:29 ຈຳນວນຢ້ຽມຊົມ 137 ຄັ້ງ ຕະຫຼອດໄລຍະ ເວລາ 50 ປິ ແຫ່ງ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ເຕັມໄປດ້ວຍຄວາມປີຊາສາມາດ, ສະຫລາດສ່ອງໃສ ແລະ ບັນດາຜົນສໍາເລັດທີ່ມີຄວາມໝາຍປະຫວັດສາດໃນຍຸກສະໄໝ່
-------------------
|
|
ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
|
50 ປີ ກ່ອນໜ້ານີ້, ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ນຳໂດຍ ປະທານ ໄກສອນ ພົມວິຫານ, ປະຊາຊົນລາວບັນດາເຜົ່າໄດ້ລຸກຂຶ້ນຕໍ່ສູ້, ຍາດເອົາອຳນາດມາສູ່ມືຂອງປະຊາ ຊົນ, ໂຄ່ນລົ້ມລະບອບລາຊາທິປະໄຕ, ປົດປ່ອຍປະເທດຊາດອອກຈາກການປົກຄອງຂອງສັກດີນາ ແລະ ລັດທິຈັກກະພັດ ແລະ ລັດທິລ່າເມືອງຂຶ້ນ, ກຳເນີດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ. ນີ້ແມ່ນຂີດໝາຍປະຫວັດສາດທີ່ສຳຄັນ, ເປີດສັກກະລາດໃໝ່ບົນດິນແດນຈຳປາ - ສັກກະລາດແຫ່ງເອກະລາດ, ເສລີພາບ ແລະ ສ້າງສັງຄົມທີ່ຍຸຕິທຳ ແລະ ສີວິໄລ, ປະຊາຊົນລາວບັນດາເຜົ່າ ເປັນຜູ້ກໍານົດຊາຕາກໍາຂອງຕົນເອງຢ່າງແທ້ຈິງ.
ນັບຕັ້ງແຕ່ການກຳເນີດຂອງ ພັກກອມມູນິດອິນດູຈີນ ໃນປີ 1930, ດ້ວຍແນວທາງທີ່ຖືກ ຕ້ອງ, ປະດິດສ້າງ, ປີຊາສາມາດ ແລະ ສະຫຼາດຫຼັກແຫຼມ, ເສີມຂະຫຍາຍປະເພນີການຕໍ່ສູ້ຂອງການປະຕິວັດທີ່ອົງອາດກ້າຫານ ແລະ ທໍລະຫົດອົດທົນຂອງປະຊາຊົນລາວບັນດາເຜົ່າ; ດ້ວຍການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກເພື່ອນມິດສາກົນ, ໃນນັ້ນ ມີການສະໜັບສະໜູນ ແລະ ຊ່ວຍເຫຼືອອັນຍິ່ງໃຫຍ່, ໝົດຈິດໝົດໃຈ ແລະ ເປັນກັນເອງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ພັກປະຊາຊົນປະຕິວັດລາວ ໄດ້ນຳພາການປະຕິວັດຂອງລາວຜ່ານຜ່າພາຍຸລົມແດງນາໆປະການ, ຍາດໄດ້ໄຊຊະນະອັນຍິ່ງໃຫຍ່, ຮອບດ້ານ ແລະ ໜັກແໜ້ນ. ພາຍຫລັງເກືອບ 40 ປີ ແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ຈາກປະເທດທີ່ມີພື້ນຖານເສດຖະກິດກະສິກຳທີ່ຖືກປິດລ້ອມ ແລະ ຂວໍ້າບາດ, ສປປ ລາວ ບືນຕົວຂຶ້ນຢ່າງເຂັ້ມແຂງ ແລະ ໄດ້ກາຍເປັນປະເທດເອກະລາດ ແລະ ເປັນເຈົ້າຕົນເອງທາງດ້ານເສດຖະກິດ; ຈາກປະເທດທີ່ນຳເຂົ້າສິນຄ້າຈາກຕ່າງປະເທດເປັນຕົ້ນຕໍ, ລາວ ໄດ້ກາຍ ເປັນປະເທດສົ່ງອອກສິນຄ້າດ້ານກະສິກຳ. ການເມືອງ-ສັງຄົມມີສະຖຽນລະພາບ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບຮັກສາໄດ້ຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ໄດ້ຮັບການປັບປຸງປົວແປງດີຂຶ້ນຢ່າງບໍ່ຢຸດຢັ້ງ, ລາຍຮັບສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນເກືອບ 20 ເທົ່າ ທຽບໃສ່ໃນໄລຍະ 40 ປີທີ່ຜ່ານມາ. ມາຮອດປະຈຸບັນ, ພັກປະຊາຊົນປະຕິວັດລາວ ມີການພົວພັນກັບພັກການເມືອງຕ່າງປະເທດ 145 ພັກ, ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ມີສາຍພົວພັນການທູດກັບ 151 ປະເທດໃນໂລກ, ມີສະຖານທູດລາວ ແລະ ສຳນັກງານຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ 41 ແຫ່ງ, ເປັນສະມາຊິກຂອງບັນດາອົງການຈັດຕັ້ງສາກົນຫຼາຍອົງການ. ສປປ ລາວ ສາມາດຈັດກອງປະຊຸມສາກົນທີ່ສຳຄັນຫຼາຍຄັ້ງດ້ວຍຜົນສຳ ເລັດຢ່າງຈົບງາມ, ເຊິ່ງເປັນຫຼັກຖານອ້າງອີງໃຫ້ເຫັນເຖິງການປ່ຽນແປງທີ່ໃຫຍ່ຫລວງ ແລະ ໜ້າພາກ ພູມໃຈຂອງປະເທດລາວທີ່ສວຍງາມ.
ໃນຊຸມປີມໍ່ໆມານີ້, ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ໂດຍມີ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ເປັນຜູ້ນຳໜ້ານັ້ນ, ພັກ, ລັດຖະບານ ແລະ ປະຊາຊົນລາວ ໄດ້ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ຢ່າງເດັດດ່ຽວ, ນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະໃນໄລຍະການຟື້ນຟູຫຼັງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19, ຮັກສາສະຖຽນລະພາບທາງດ້ານການ ເມືອງໄດ້ຢ່າງໜັກແໜ້ນ, ເສີມຂະຫຍາຍຄວາມສາມັກຄີປ້ອງດອງພາຍໃນຊາດ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ ແລະ ຍົກສູງຖານະບົດບາດຂອງລາວໃນເວທີພາກພື້ນ ແລະ ສາກົນຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ, ດ້ວຍຄວາມຕັດສິນໃຈຈັດຕັ້ງຜັນຂະຫຍາຍວິໄສທັດຍຸດທະສາດ, ສ້າງປະເທດໃຫ້ເປັນ "ປະເທດເຊື່ອມໂຍງ-ເຊື່ອມຈອດ", ເພີ່ມທະວີການລົງທຶນໃນພື້ນຖານໂຄງລ່າງເພື່ອເຊື່ອມຈອດ, ການພັດທະນາບັນດາແລວເສດຖະກິດ ແລະ ໃນມໍ່ໆມານີ້ ແມ່ນການປັບປຸງກົງຈັກລັດຂອງລະບົບການເມືອງຂອງລາວ, ພັກ, ລັດຖະບານ ແລະ ປະຊາຊົນລາວ ກຳລັງສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການເຕີບໂຕ ແລະ ຂະຫຍາຍຂອບເຂດການພັດທະນາ, ຊ່ວຍໃຫ້ລາວເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນຢ່າງເລິກ ເຊິ່ງກ່ວາເກົ່າ, ຢືນຢັນຄວາມປີຊາສາມາດໃນການເຊື່ອມໂຍງຂອງປະເທດທີ່ກຳລັງພັດທະນາໄດ້ຢ່າງເຂັ້ມແຂງ.
ໃນໂອກາດສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ເປັນໄລຍະຂອງການເດີນທາງທີ່ຍາວນານພຽງພໍທີ່ຈະພິສູດໃຫ້ເຫັນເຖິງຄວາມປີຊາສາມາດ, ສະຫລາດສ່ອງໃສຂອງການນຳພາຂອງ ພັກປະຊາຊົນປະຕິວັດລາວ ທີ່ເປັນປັດໄຈຕັດສິນທຸກໆໄຊຊະນະຂອງການປະຕິວັດລາວ, ນຳພາປະຊາຊົນລາວບັນດາເຜົ່າ ເຮັດສໍາເລັດພາລະກິດການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໃນປະຈຸບັນ, ຈາລຶກໄວ້ໃນປະຫວັດສາດວິລະຊົນຂອງຊາດ ແລະ ປະຊາຊົນລາວ ໄວ້ຕະຫລອດໄປ.
ພຶດຕິກຳທາງປະຫວັດສາດໄດ້ສະແດງໃຫ້ເຫັນວ່າ ບັນດາຜົນສຳເລັດຂອງການປະຕິວັດລາວ ແລະ ການປະຕິວັດຫວຽດນາມ ລ້ວນແລ້ວແຕ່ເປັນການປະກອບສ່ວນທີ່ສຳຄັນ ແລະ ມີປະສິດທິຜົນຂອງ ພັກ, ລັດຖະບານ ແລະ ປະຊາຊົນຂອງແຕ່ລະປະເທດ. ໃນຄຳປາໄສຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ພັກກຳມະກອນຫວຽດນາມ (1976), ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນວ່າ: "ໃນທຸກໆຄວາມສຳເລັດຂອງການປະຕິວັດລາວ ລ້ວນແຕ່ມີການປະກອບສ່ວນໂດຍກົງຂອງການປະ ຕິວັດຫວຽດນາມ." ໃນຖານະເປັນສອງປະເທດເພື່ອນບ້ານທີ່ໃກ້ຊິດ ມີສາຍພົວພັນມິດຕະພາບ ແລະ ປະເພນີແຫ່ງຄວາມສາມັກຄີ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນຈິດໃຈ "ເຂົ້າເມັດຫັກ, ຜັກເສັ້ນແບ່ງ"; ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ທີ່ມີຕົ້ນກຳເນີດມາຈາກ ພັກກອມມູນິດອິນດູຈີນ, ເຊິ່ງໄດ້ຮັບການກໍ່ຕັ້ງໂດຍ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ.
ຕະຫຼອດໄລຍະປະຫວັດສາດຂອງແຕ່ລະປະເທດ, ນັບຕັ້ງແຕ່ການສ້າງຕັ້ງ, ສອງພັກ ໄດ້ສາ ມັກຄີຮັກແພງກັນຕະຫລອດມາ, ນຳພາກອງທັບ ແລະ ປະຊາຊົນສອງປະເທດ “ຄຽງບ່າຄຽງໄຫລ່ກັນ”, “ແບ່ງສຸກແບ່ງທຸກ”, “ຮ່ວມເປັນຕາຍນຳກັນມາ”, ດ້ວຍຄວາມມຸ່ງຫວັງທີ່ວ່າ “ບໍ່ມີຫຍັງປະ ເສີດກວ່າ ເອກະລາດ ແລະ ອິດສະລະພາບ” ເພື່ອຕີຊະນະສັດຕູໂຕດຽວກັນ, ພ້ອມກັນຍາດໄດ້ໄຊຊະນະຢ່າງສົມບູນ, ປົດປ່ອຍປະເທດຊາດຂອງຕົນ; ພ້ອມກັນນັ້ນ, ກໍ່ພ້ອມກັນສ້າງສາ ແລະ ພັດ ທະນາປະເທດຊາດໃນສະຖານະການໃໝ່. ເຫດການທີ່ເປັນບາດລ້ຽວປະຫວັດສາດ, ໄຊຊະນະຢ່າງສົມບູນຂອງການປະຕິວັດຫວຽດນາມ, ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ໃນວັນທີ 30 ເມສາ 1975 ໄດ້ມີບົດບາດສຳຄັນ ແລະ ປະກອບສ່ວນບໍ່ໜ້ອຍໃຫ້ແກ່ ສປປ ລາວ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ທາງກົງກັນຂ້າມກໍເຊັ່ນດຽວກັນ, ໄຊຊະນະຂອງຂະບວນການຕໍ່ສູ້ຕ້ານພວກຈັກກະພັດຜູ້ຮຸກຮານ ປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ຫວຽດນາມ ແມ່ນຕິດພັນຢ່າງສະໜິດແໜ້ນກັບ ການຊ່ວຍເຫລືອອັນລໍ້າຄ່າ, ໝົດຈິດໝົດໃຈ ແລະ ເສຍສະຫລະອັນໃຫຍ່ຫລວງຂອງປະຊາຊົນລາວບັນດາເຜົ່າ ແລບຕາມເສັ້ນທາງ ໂຮ່ຈີ່ມິນ ໃນພາກຕາເວັນຕົກຂອງສາຍພູຫລວງບົນດິນແດນຂອງລາວ, ຜ່ານຮ່າຝົນຂອງລູກລະເບີດຂອງສັດຕູໂຕດຽວກັນ. ຕາມທັດສະນະແລະ ທິດຊີ້ນຳຂອງ ປະທານ ໂຮ່ຈີ່ມິນ ທີ່ວ່າ “ພວກເຮົາຖືວ່າຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງອ້າຍນ້ອງລາວເປັນຂອງພວກເຮົາເອງ” ແລະ “ຊ່ວຍເພື່ອນຄືຊ່ວຍຕົນເອງ” ໄດ້ຮັບຄວາມເຂົ້າໃຈຈາກບັນດາຜູ້ນຳ ແລະ ປະຊາຊົນສອງຊາດ ຫວຽດນາມ ແລະ ລາວ, ເປັນແຫຼ່ງກຳລັງແຮງທີ່ພາໃຫ້ການປະຕິວັດຂອງແຕ່ລະປະເທດ ຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະນະອືີ່ນ.
ສອງປະເທດກຳລັງກະກຽມຢ່າງຮອບດ້ານ ເພື່ອຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກໃຫ້ປະສົບຜົນສຳເລັດ, ເຊິ່ງເປັນຂີດໝາຍກ້າວເຂົ້າສູ່ສັກກະລາດໃໝ່, ສັກກະລາດແຫ່ງການພັດທະນາ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງ, ຄຸນນະພາບສູງ ແລະ ການປັບປຸງທຸກດ້ານຂອງຊີວິດການເປັນຢູ່ຂອງປະຊາຊົນ. ໃນສະພາບການຂອງໂລກ ແລະ ພາກພື້ນທີ່ຍັງສືບຕໍ່ຜັນແປໄປຢ່າງສັບສົນ, ບໍ່ມີຄວາມສະຫົງບ, ສິ່ງທ້າທາຍນັບມື້ນັບເພີ່ມຂຶ້ນ, ສະພາບແວດລ້ອມຄວາມໝັ້ນຄົງໃນພາກພື້ນ ນັບມື້ນັບຄວາມເຄັ່ງຕຶງຂຶ້ນ, ເພື່ອໃຫ້ແຕ່ລະປະເທດສາມາດບັນລຸເປົ້າໝາຍຂອງຕົນໄດ້ຢ່າງມີໄຊ, ການເສີມຂະຫຍາຍສາຍພົວພັນພິເສດ ຫວຽດນາມ-ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່ແມ່ນມີຄວາມສຳຄັນທີ່ສຸດ.
ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຄວາມເຂັ້ມແຂງລວມຂອງສອງປະເທດ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ດ້ານບົດຮຽນ ແລະ ປະສົບການທາງປະຫວັດສາດຢ່າງບໍ່ຢຸດຢັ້ງ ແລະ ສືບຕໍ່ສ້າງ ແລະ ເສີມຂະຫຍາຍຄວາມສາມັກຄີພິເສດ ລະຫວ່າງ ປະຊາຊົນສອງປະເທດຢ່າງໜັກ ແໜ້ນ. ຈາກນັ້ນ, ເພີ່ມທະວີການໂຄສະນາເຜີຍແຜ່ມູນເຊື້ອດັ່ງກ່າວໃຫ້ບັນດາຊັ້ນຄົນ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງປະເທດ ໃຫ້ຮັບຮູ້ ແລະ ສືບຕໍ່ຮັກສາ ແລະ ເສີມສ້າງສາຍພົວພັນພິເສດໃຫ້ນັບມື້ນັບກ້າວຂຶ້ນສູ່ລະດັບໃໝ່, ກາຍເປັນກຳລັງແຮງໃໝ່ ແລະ ກໍາລັງຂັບເຄື່ອນໃຫ້ສອງປະເທດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ນຳປະເທດກ້າວໄປສູ່ການພັດທະນາແບບຍືນຍົງ, ເຊື່ອມໂຍງຢ່າງເລິກເຊິ່ງກັບພາກພື້ນ ແລະ ສາກົນ, ສ້າງສັງຄົມນິຍົມໃຫ້ສຳເລັດຢູ່ແຕ່ລະປະເທດ.
ສືບຕໍ່ຕິດຕາມ, ກວດກາ ແລະ ຊຸກຍູ້ການຮ່ວມມືທີ່ແທດຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ; ສຸມໃສ່ບັນດາຂົງເຂດທີ່ສາມາດເສີມຂະຫຍາຍທ່າແຂງ ແລະ ເງື່ອນໄຂທີ່ເອື້ອອຳນວຍພື້ນ ຖານຂອງແຕ່ລະປະເທດ, ສົມທົບການປະຕິບັດຂໍ້ກຳນົດ, ກົດລະບຽບ ແລະ ປະເພນີສາກົນຢ່າງເໝາະສົມ, ໃຫ້ບູລິມະສິດສູງຕໍ່ກັນ ແລະ ກັນ, ສອດຄ່ອງກັບລັກສະນະພິເສດຂອງສາຍພົວພັນຫວຽດນາມ - ລາວ.
ສຸມໃສ່ການຮ່ວມມືພັດທະນາເສດຖະກິດ, ເສີມຂະຫຍາຍສຸດກຳລັງທ່າແຮງຂອງແຕ່ລະປະ ເທດໃຫ້ເກີດປະໂຫຍດສູງສຸດ ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍການເຕີບໂຕ. ປະສານງານ ເພື່ອເພີ່ມທະວີຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຮັກສາສະຖຽນລະພາບທາງດ້ານການເມືອງໃນແຕ່ລະປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບໃນພາກພື້ນ ແລະ ທົ່ວໂລກ. ຊຸກຍູ້ການຮ່ວມມືດ້ານການເມືອງ, ການກໍ່ສ້າງພັກ, ລັດຖະບານ, ວັດທະນະທຳ, ສາທາລະນະສຸກ, ການສຶກສາ, ການປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ. ຍົກສູງຄວາມຮັບຜິດຊອບຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການປະຕິບັດສັນຍາ ແລະ ຂໍ້ຕົກລົງລະຫວ່າງ ສອງພັກ ແລະ ສອງລັດ. ສືບຕໍ່ເພີ່ມທະວີສາຍພົວພັນຮອບດ້ານ ແລະ ແລກປ່ຽນບົດຮຽນປະສົບການທາງດ້ານທິດສະດີ ແລະ ພຶດຕິກຳ, ເພີ່ມທະວີການຮ່ວມມືໃນການກໍ່ສ້າງຊັບພະຍາກອນມະນຸດ, ໂດຍສະເພາະ ແມ່ນຊັບພະຍາກອນມະນຸດຄຸນນະພາບສູງ, ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດຊາດໃນຍຸກດິຈິຕອນ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຄົບຮອບ 50 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (ວັນທີ 13/12/1920 – 13/12/2025), ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ມີຄວາມປິຕິຍິນດີ ແລະ ມີຄວາມເບີກບານມ່ວນຊື່ນ ຕໍ່ກັບຜົນສຳເລັດອັນສະຫງ່າລາສີທີ່ ພັກ, ລັດຖະບານ ແລະ ປະຊາຊົນລາວ ຍາດມາໄດ້ຕະຫລອດໄລຍະ 50 ປີຜ່ານມາ. ພ້ອມກັນນັ້ນ, ກໍເຊື່ອໝັ້ນຢ່າງໜັກ ແໜ້ນວ່າ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ໄດ້ຮັບໄຊຊະນະອັນໃໝ່ໃຫຍ່ຫລວງກ່ວາເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ນຳພາປະເທດລາວ ກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ, ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ເອກະພາບ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ເສີມຂະຫຍາຍສາຍພົວພັນພິເສດທີ່ເປັນມູນເຊື້້ອ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມຈະເຮັດສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ໃຫ້ນັບມື້ນັບຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນ, ໃຫ້ສົມກັບສາຍພົວພັນພິເສດທີ່ ປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ ພ້ອມດ້ວຍປະຊາຊົນສອງຊາດ ໄດ້ຮ່ວມກັນສ້າງໄວ້./
05/12/2025 11:16:48
04/12/2025 15:32:18
03/12/2025 16:09:31
03/12/2025 15:56:33
03/12/2025 15:09:58
02/12/2025 10:21:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30
