ກອງປະຊຸມຮ່ວມມືຜ່ານລະບົບກອງປະຊຸມທາງໄກ ລາວ-ຫວຽດນາມ
ເຜີຍແຜ່ໂດຍ: admin ເວລາ: 11/03/2022 10:58:17 ຈຳນວນຢ້ຽມຊົມ 525 ຄັ້ງ ໂດຍປະຕິບັດຕາມແຜນການຈັດກອງປະຊຸມທາງໄກຮ່ວມກັບບັນດາອົງການໄອຍະການປະຊາຊົນສາກົນ ຈຶ່ງໄດ້ຈັດກອງປະຊຸມຮ່ວມມືຜ່ານລະບົບກອງປະຊຸມທາງໄກ ລະຫວ່າງ ກົມແຜນການ ແລະ ຮ່ວມກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ກົມພົວພັນຕ່າງປະເທດ ແລະ ຮ່ວມມືທາງອາຍາ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ຂຶ້ນໃນວັນທີ 6 ສິງຫານີ້ ທີ່ອົງການໄອຍະການປະຊາຊົນສູງສຸດ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳເພັດ ສົມວໍລະຈິດ ຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ແລະ ທ່ານ ນາງ ວູທີຮາຍອຽນ ຫົວໜ້າກົມພົວພັນຕ່າງປະເທດ ແລະ ຮ່ວມມືທາງອາຍາ ພ້ອມດ້ວຍຄະນະທັງສອງຝ່າຍ.
ກອງປະຊຸມພົບສອງຝ່າຍໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອເປັນການປຶກສາຫາລືແລກປ່ຽນບົດຮຽນ ແລະ ແຜນການວຽກງານຂອງກອງປະຊຸມໄອຍະການ ຈີນ-ອາຊຽນ, ການຢ້ຽມຢາມແລກປ່ຽນບົດຮຽນ, ຖອດຖອນບົດຮຽນຄະນະຜູ້ແທນກ່ຽວກັບວາລະສານໄອຍະການປະຊາຊົນ, ການຈັດຝຶກອົບຮົມ, ການປຶກສາຫາລືການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນທ້າຍປີ 2021, ການຢ້ຽມຢາມຖາມຂ່າວຊຶ່ງກັນ ແລະ ກັນໃນການປະສານງານໃນຂົງເຂດວຽກງານ ແລະ ປະເທດຮ່ວມຍຸດທະສາດ, ການປຶກສາຫາລືການຈັດຕັ້ງປະຕິບັດການຮ່ວມມືຕາມບົດບັນທຶກຊ່ວຍຈຳ ລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.(ຂ່າວ-ພາບ: ແສງພະຈັນ)
14/01/2025 14:03:54
10/01/2025 15:33:04
30/12/2024 11:57:36
30/12/2024 11:31:32
30/12/2024 09:13:59
30/12/2024 09:12:14
29/07/2022 15:17:46
13/06/2023 14:17:31
12/07/2023 14:43:30
30/05/2023 10:28:03
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
14/07/2022 15:49:10
16/03/2022 08:33:46