ກອງປະຊຸມຮ່ວມມືຜ່ານລະບົບກອງປະຊຸມທາງໄກ ລາວ-ຫວຽດນາມ
ເຜີຍແຜ່ໂດຍ: admin ເວລາ: 11/03/2022 10:58:17 ຈຳນວນຢ້ຽມຊົມ 734 ຄັ້ງ ໂດຍປະຕິບັດຕາມແຜນການຈັດກອງປະຊຸມທາງໄກຮ່ວມກັບບັນດາອົງການໄອຍະການປະຊາຊົນສາກົນ ຈຶ່ງໄດ້ຈັດກອງປະຊຸມຮ່ວມມືຜ່ານລະບົບກອງປະຊຸມທາງໄກ ລະຫວ່າງ ກົມແຜນການ ແລະ ຮ່ວມກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ກົມພົວພັນຕ່າງປະເທດ ແລະ ຮ່ວມມືທາງອາຍາ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ຂຶ້ນໃນວັນທີ 6 ສິງຫານີ້ ທີ່ອົງການໄອຍະການປະຊາຊົນສູງສຸດ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳເພັດ ສົມວໍລະຈິດ ຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ແລະ ທ່ານ ນາງ ວູທີຮາຍອຽນ ຫົວໜ້າກົມພົວພັນຕ່າງປະເທດ ແລະ ຮ່ວມມືທາງອາຍາ ພ້ອມດ້ວຍຄະນະທັງສອງຝ່າຍ.
ກອງປະຊຸມພົບສອງຝ່າຍໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອເປັນການປຶກສາຫາລືແລກປ່ຽນບົດຮຽນ ແລະ ແຜນການວຽກງານຂອງກອງປະຊຸມໄອຍະການ ຈີນ-ອາຊຽນ, ການຢ້ຽມຢາມແລກປ່ຽນບົດຮຽນ, ຖອດຖອນບົດຮຽນຄະນະຜູ້ແທນກ່ຽວກັບວາລະສານໄອຍະການປະຊາຊົນ, ການຈັດຝຶກອົບຮົມ, ການປຶກສາຫາລືການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນທ້າຍປີ 2021, ການຢ້ຽມຢາມຖາມຂ່າວຊຶ່ງກັນ ແລະ ກັນໃນການປະສານງານໃນຂົງເຂດວຽກງານ ແລະ ປະເທດຮ່ວມຍຸດທະສາດ, ການປຶກສາຫາລືການຈັດຕັ້ງປະຕິບັດການຮ່ວມມືຕາມບົດບັນທຶກຊ່ວຍຈຳ ລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.(ຂ່າວ-ພາບ: ແສງພະຈັນ)
01/07/2025 14:42:06
01/07/2025 14:40:24
16/06/2025 13:59:37
16/06/2025 13:58:03
16/06/2025 08:55:21
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46