ຮັກສາການຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ບັນດາທູດລາວ
ເຜີຍແຜ່ໂດຍ: moderator ເວລາ: 21/04/2025 11:10:58 ຈຳນວນຢ້ຽມຊົມ 208 ຄັ້ງ ໃນວັນທີ 18 ເມສາ 2025, ທ່ານ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຈໍານວນ 4 ທ່ານ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ, ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ອົດສະຕຣາລີ; ທ່ານ ວິລັດສອນ ວິສອນນະວົງ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ສ. ສິງກະໂປ; ທ່ານ ສິດສັງຄົມ ສີສະເກດ, ເອກອັກຄະລັດຖະທູດ/ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ ຈາກາຕາ, ສ. ອິນໂດເນເຊຍ ແລະ ທ່ານ ເຮືອນແກ້ວ ສັງສົມສັກ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ.
ໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ບັນດາທ່ານທູດທີ່ຈະໄປປະຕິບັດໜ້າທີ່ໆສໍາຄັນ ເຊິ່ງເປັນປ້ອມດ່ານໜ້າໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ-ລັດ, ພ້ອມທັງ ໃຫ້ທິດຊີ້ນໍາຕໍ່ການພົວພັນກັບບັນດາປະເທດເພື່ອນມິດດັ່ງກ່າວ ໃນແຕ່ລະຂົງເຂດວຽກງານ ເພື່ອຍົກລະດັບການຮ່ວມມືທັງດ້ານພັກ ແລະ ດ້ານລັດ ໃຫ້ກ້າວສູ່ມິຕິໃໝ່. ນອກນັ້ນ, ກໍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງວຽກງານການທູດປະຊາຊົນ ເພື່ອໃຫ້ບັນດາທ່ານທູດຊ່ວຍຊຸກຍູ້ວຽກງານດັ່ງກ່າວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ແລະ ອວຍພອນໃຫ້ບັນດາທ່ານທູດ ເດີນທາງດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ໆໄດ້ຮັບມອບໝາຍ.
ໃນໂອກາດນີ້, ບັນດາທ່ານທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາທິດຊີ້ນຳດັ່ງກ່າວໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ແລະ ຈະພະຍາຍາມຢ່າງສຸດຄວາມສາມາດ ໃນການປະຕິບັດໜ້າທີ່ການທູດຂອງຕົນໃຫ້ໄດ້ຮັບຜົນສໍາເລັດສູງສຸດ ເພື່ອປົກປັກຮັກສາຜົນປະໂຫຍດຂອງປະເທດ ກໍຄື ເພື່ອຍົກສູງບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46