ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບທູດ ສປ ຈີນ ເຂົ້າມອບໂທລະເລກສະແດງຄວາມເສົ້າສະຫຼົດໃຈ
ເຜີຍແຜ່ໂດຍ: moderator ເວລາ: 04/04/2025 14:26:28 ຈຳນວນຢ້ຽມຊົມ 178 ຄັ້ງ ໃນຕອນບ່າຍຂອງວັນທີ 3 ເມສາ 2025 ທີ່ ຫໍປະຊຸມແຫ່ງຊາດ, ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ນາງ ຟາງ ຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ເຂົ້າວາງພວງມາລາ ແລະ ມອບໂທລະເລກສະແດງຄວາມເສົ້າສະຫຼົດໃຈ ຈາກ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເຖິງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 2 ເມສາ 2025 ຜ່ານມາ.
ສະຫາຍ ທູດຈີນ ໄດ້ຕາງໜ້າໃຫ້ ພັກ ແລະ ລັດຖະບານ ສປ ຈີນ ສະແດງຄວາມເສົ້າສະຫຼົດໃຈ ແລະ ຄວາມອາໄລອາວອນ ຕໍ່ການມໍລະນະກໍາ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແລະ ສະແດງຄວາມເຫັນໃຈຢ່າງຈິງໃຈ ຕໍ່ຄອບຄົວ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ເຊິ່ງບໍ່ພຽງແຕ່ເປັນການສູນເສຍການນໍາທີ່ດີເດັ່ນ ຮຸ້ນອະວຸໂສຂອງພັກ, ລັດລາວ, ແຕ່ຍັງແມ່ນການສູນເສຍ ສະຫາຍ ແລະ ເພື່ອນມິດທີ່ສະໜິດສະໜົມຂອງພັກ ແລະ ປະຊາຊົນຈີນ.
ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຂອບໃຈ ຕໍ່ການສະແດງຄວາມເຫັນໃຈ ຂອງ ສະຫາຍທູດຈີນ; ຕີລາຄາສູງ ຕໍ່ໂທລະເລກຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ ແລະ ຕາງໜ້າໃຫ້ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍຄື ສູນກາງພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ການນໍາສູງສຸດຂອງພັກ, ລັດຈີນ ທີ່ໄດ້ບິແບ່ງຄວາມທຸກໂສກ ຕໍ່ການສູນເສຍໃນຄັ້ງນີ້, ເຊິ່ງເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ການນໍາຮຸ້ນອາວຸໂສຂອງສອງພັກ, ສອງລັດ ລາວ-ຈີນ ໄດ້ຮ່ວມກັນສ້າງໄວ້ ກໍຄືການພົວພັນຮ່ວມມືແບບຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນປະຈຸບັນ ຢ່າງແທ້ຈິງ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46