ສະຫາຍເລຂາທິການໃຫ່ຍ, ປະທານປະເທດ ທອງລຸນ ສີສຸລິດ ພົບປະ ສະຫາຍ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ເຜີຍແຜ່ໂດຍ: moderator ເວລາ: 04/04/2025 14:20:30 ຈຳນວນຢ້ຽມຊົມ 171 ຄັ້ງ ໃນຕອນບ່າຍຂອງວັນທີ 3/4/2025, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູ ນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ ສະຫາຍ ໂຕເລີມ ທີ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເດີນທາງມາຮ່ວມ ພິທີວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ເຊິ່ງເປັນການບິແບ່ງຄວາມເສົ້າໂສກເສຍດ້າຍ ຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ທັງເປັນການສະແດງໃຫ້ເຫັນ ນໍ້າໃຈແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ອັນສະເໝີຕົ້ນສະເໝີປາຍ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ, ເຊິ່ງຍາມໃດການນໍາ ສອງພັກ, ສອງລັດ ກໍ່ໄດ້ຢັ້ງຢືນວ່າ ຄວາມສາມັກຄີ, ການຮ່ວມມື, ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ຂອງສອງປະເທດ ລາວ-ຫວຽດນາມ ນັ້ນແມ່ນເປັນກົດເກນພາວະວິໄສ, ເປັນປັດໃຈທີ່ມີຄວາມໝາຍຕັດສິນຄວາມເປັນຕາຍຂອງ ແຕ່ລະພັກ, ແຕ່ລະປະເທດ, ເຖິງວ່າສະພາບການຂອງໂລກ ຈະຜັນແປໄປຢ່າງສົບສົນກໍ່ຕາມ ແຕ່ສອງປະເທດຍັງຕັດສິນໃຈຮ່ວມກັນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ, ບໍລິ ສຸດຜຸດຜ່ອງ, ໃສແຈ້ງ ແລະ ຫາຍາກໃນການພົວພັນສາກົນ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຕີລາຄາວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເປັນໜຶ່ງໃນບັນດາສະຫາຍການນໍາຮຸ່ນທໍາອິດ ຂອງ ພັກປະຊາ ຊົນປະຕິວັດລາວ ທີ່ໄດ້ເປັນຫຼັກແຫຼ່ງ ແລະ ແກນນໍາຂອງສູນກາງພັກ ນໍາພາ - ຊີ້ນໍາ ການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍ່ຄືເປັນຜູ້ນໍາໜ້າໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ຢ່າງມີຫຼັກການຂອງພັກ; ແມ່ນນັກຮັກຊາດ, ນັກປະຕິ ວັດ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດ, ຕະຫຼອດຊີວິດຂອງສະຫາຍ ໄດ້ອຸທິດສະຕິປັນຍາ, ກໍາລັງວັງຊາເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ໃນຍາມຍັງມີຊີວິດ, ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ໄດ້ເອົາໃຈໃສ່ເປັນພິເສດ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະ ພາບ ລາວ-ຫວຽດນາມ, ຖືເປັນບູລິມະສິດອັນດັບຕົ້ນ ໃນແນວທາງການຕ່າງປະ ເທດຂອງຕົນ, ມີຄວາມຮັກແພງສະໜິດສະໜົມກັບຜູ້ນໍາ ພັກ, ລັດ ຫວຽດນາມ ແລະ ຢືນຢັນວ່າ ໃນທ່າມກາງຄວາມໂສກເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງນີ້ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ, ພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນລາວທັງຊາດ ຈະຫັນຄວາມເສົ້າສະຫຼົດໃຈ ແລະ ຄວາມອາໄລຮັກຕໍ່ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ໃຫ້ກາຍເປັນການກະທໍາຕົວຈິງ, ສາມັກຄີເປັນປຶກແຜ່ນແໜ້ນໜາ ອ້ອມຂ້າງຄະນະບໍລິຫານງານສູນກາງພັກ ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງ ອາດຂອງຊາດ ແລະ ຂອງພັກ, ເດັດດ່ຽວໜຽວແໜ້ນ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກສູ່ລວງເລິກ, ສືບຕໍ່ບູລະນະ ລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.
ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ຕາງໜ້າ ສູນກາງພັກ, ປະທານປະເທດ, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ ສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການເຖິງແກ່ມໍລະນະກຳຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ, ພ້ອມທັງໄດ້ຕີລາຄາວ່າ ສະຫາຍ ຄຳໄຕ ສີພັນດອນ ແມ່ນການນຳທີ່ດີເດັ່ນຮຸ່ນທຳອິດ, ເປັນແກນນຳຫຼັກແຫຼ່ງຂອງສູນກາງພັກປະຊາຊົນ ປະຕິວັດລາວ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ເປັນນັກຮົບປະຕິວັດທີ່ຈົງຮັກພັກດີ, ຕະຫຼອດຊີວິດໄດ້ເສຍສະຫຼະສູ້ຊົນ ເພື່ອຄວາມເປັນເອກະລາດຂອງຊົນຊາດ, ສິດເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ການຈາກໄປຂອງ ສະຫາຍ ຄຳໄຕ ສີພັນດອນ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງ ສຳລັບ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ, ແຕ່ຫາກຍັງ ເປັນການສູນເສຍຜູ້ເປັນເພື່ອນມິດທີ່ຍິ່ງໃຫຍ່, ສະຫາຍອ້າຍນ້ອງທີ່ສະໜິດສະໜົມທີ່ສຸດ ຂອງ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ເຄີຍໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ໃນການຕໍ່ ຕ້ານອັນຍືດເຍື້ອຍາວນານຂອງສອງປະ ເທດ. ສະຫາຍ ຍາມໃດກໍສະໜັບສະໜູນຕໍ່ ພາລະກິດສ້າງສາ ແລະ ປົກປັກຮັກ ສາປະເທດຊາດຂອງປະຊາຊົນຫວຽດນາມ ແລະ ໄດ້ມີການປະກອບສ່ວນສຳຄັນຫຼວງຫຼາຍໃນການສ້າງສາ, ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ຕີລາຄາສູງຕໍ່ບັນດາການອຸທິດອັນໃຫຍ່ຫຼວງຂອງ ສະຫາຍ ຄຳໄຕ ສີພັນດອນ ໃນພາລະກິດຕໍ່ສູ້ຍາດເອົາເອ ກະລາດແຫ່ງຊາດຂອງປະຊາຊົນລາວ ໃນເມື່ອກ່ອນ ກໍ່ຄື ໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາຊາດຂອງ ສປປ ລາວ ໃນປະຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈອັນສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກທີ່ສຸດ ມາຍັງ ພັກ, ລັດ, ຄະນະກຳມະການສູນກາງແນວລາວສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ຄຳໄຕ ສີພັນດອນ ແລະ ເຊື່ອ ໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວຂອງ ສະຫາຍ ຄຳໄຕ ສີພັນດອນ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫຼວງນີ້ໂດຍໄວ ແລະ ສືບຕໍ່ພາລະກິດສ້າງສາປະເທດລາວ ໃຫ້ນັບມື້ພັດ ທະນາຈະເລີນຮຸ່ງເຮືອງ.
ສອງສະຫາຍການນໍາຂອງສອງພັກ ຕ່າງກໍ່ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນການສະໜັບສະໜູນ, ຊ່ວຍເຫຼືອ ອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດ ປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ ໃນປະຈຸບັນ; ຕ່າງກໍ່ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ແລະ ຢືນຢັນວ່າ ສອງຝ່າຍ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ນັບມືສວຍສົດງົດງາມ, ແຕກດອກອອກຜົນ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາ ລະນານ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46