ໜ່ວຍພັກກົມອາຊີ-ປາຊີຟິກ ແລະ ອາຟຣິກາ ຄະນະພົວພັນຕ່າງປະເທດສູນກາງພັກ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II
ເຜີຍແຜ່ໂດຍ: moderator ເວລາ: 28/03/2025 13:47:13 ຈຳນວນຢ້ຽມຊົມ 174 ຄັ້ງ ໜ່ວຍພັກກົມ ອາຊີ-ປາຊີຟິກ ແລະ ອາຟຣິກາ (ອປອ), ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມ ໃຫຍ່ຄັ້ງທີ II ຂອງໜ່ວຍພັກຕົນຂຶ້ນ ໃນວັນທີ 27 ມີນາ 2025 ນີ້ ທີ່ສຳນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ. ນອກນີ້, ຍັງມີສະຫາຍເລຂາໜ່ວຍພັກ ກົມ ອປອ, ພ້ອມດ້ວຍສະມາຊິກ ກົມ ອປອ ແລະ ບັນດາສະຫາຍເລຂາ, ຮອງເລຂາ ແລະ ຜູ້ຕາງໜ້າຈາກໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການລາຍງານບົດລາຍງານການເມືອງ ຂອງໜ່ວຍພັກ ໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຈາກ ສະຫາຍ ສະເຫຼີມໄຊ ທະທົງສັກ, ເລຂາໜ່ວຍພັກ, ຫົວໜ້າກົມ ອປອ, ເຊີ່ງໄດ້ຍົກໃຫ້ເຫັນຕະຫລອດໄລຍະ 5 ປີ ຜ່ານມາ, ໜ່ວຍພັກກົມ ອາຊີ-ປາຊີຟິກ ແລະ ອາຟຣິກກາ ໄດ້ຖືວຽກງານ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກົມເປັນຕົ້ນຕໍ; ໄດ້ປັບປຸງການກໍ່ສ້າງພັກ ແລະ ຂະຫຍາຍພັກຕາມກົດລະບຽບພັກ; ສ້າງໜ່ວຍພັກ, ສະມາຊິກພັກໃຫ້ປອດໃສ, ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ. ນອກນັ້ນ, ໜ່ວຍພັກ ຍັງໄດ້ຊຸກຍູ້ບັນດາສະຫາຍສະມາຊິກພັກ, ພະນັກງານພາຍໃນກົມ ເຂົ້າຮ່ວມຮັບຟັງການຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍ, ລະບຽບກົດໝາຍ, ມະຕິ, ຄຳສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງພັກຂອງຊາດ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ II ຂອງ ອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ, ອັນພົ້ນເດັ່ນກໍແມ່ນ ໄດ້ຈັດຕັ້ງປະຕິບັດ ບັນດາແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ ຂອງໜ່ວຍພັກ ແລະ ການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບກັບພັກເພື່ອນມິດຍຸດທະສາດອ້າຍນ້ອງ, ເພື່ອນມິດສາກົນ ຕາມແນວທາງການຕ່າງປະເທດຂອງພັກ ໃນໄລຍະໃໝ່.
ກອງປະຊຸມໄດ້ປ່ອນບັດເລືອກເອົາຄະນະພັກຊຸດໃໝ່ ໂດຍມີຜູ້ສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະເລີກ ຂອງ ຄະນະໜ່ວຍພັກກົມ ສະໄໝທີ II ໄດ້ເລືອກເອົ າ ສະຫາຍ ສະເຫຼີມໄຊ ທະທົງສັກ ເປັນເລຂາໜ່ວຍພັກ, ສະຫາຍ ອາເລັກວິໄລ ສຸກຈະເລີນ ເປັນຮອງເລຂາ, ທັງເປັນປະທານກວດກາໜ່ວຍພັກ ແລະ ສະຫາຍ ມະໂນໄຊ ວິໄລຫານ ເປັນກໍາມະການໜ່ວຍພັກ.
ໃນໂອກາດດັ່ງກ່າວ ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ແລະ ໄດ້ຍ້ອງຍໍຊົມເຊີຍຜົນງານຮອບດ້ານຂອງໜ່ວຍພັກກົມ ອປອ ທີ່ຍາດມາໄດ້ໃນໄລຍະຜ່ານມາ ເປັນການສະແດງເຖິງຄວາມເອົາໃຈໃສ່ຊີ້ນຳນຳພາຂອງ ຄະນະໜ່ວຍພັກ, ສະມາຊິກພັກຂອງໜ່ວຍພັກກົມ ອາຊີ-ປາຊີຟິກ ແລະ ອາຟຣິກກາ ໃນການປະຕິບັດພາລະບົດບາດ, ໜ້າທີ່, ສິດຄວາມຮັບຜິດຊອບຂອງຕົນ, ໄດ້ເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້. ສະຫາຍເລຂາຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ເນັ້ນໃຫ້ ຄະນະໜ່ວຍພັກຊຸດໃໝ່ ສືບຕໍ່ຊີ້ນຳ-ນຳພາສະມາຊິກພັກ, ລັດຖະ ກອນພາຍໃນກົມເອົາໃຈໃສ່ໃນການຄົ້ນຄວ້າ, ກຳແໜ້ນແນວທາງການຕ່າງປະເທດຂອງພັກ ແລະ ນະໂຍບາຍ, ທັດສະນະຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດໃນແຕ່ລະໄລຍະ. ເພື່ອສືບຕໍ່ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ສູນກາງພັກ ແລະ ເປັນໃຈກາງໃນການປະສານງານ ລະຫວ່າງ ອົງການຕ່າງໆຂອງສູນກາງພັກ ກັບບັນດາພັກອ້າຍນ້ອງ ແລະ ພັກການເມືອງຕ່າງໆ ທີ່ ພັກ ປປ ລາວ ມີການພົວພັນໃນຂົງເຂດຄວາມຮັບຜິດຊອບຂອງກົມ ອປອ; ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກໃນໜ່ວຍພັກກົມ ອປອ ເອົາໃຈໃສ່ໃນການຝຶກຝົນຍົກລະດັບດ້ານວິຊາສະເພາະ, ພາສາຕ່າງປະເທດ; ສືບຕໍ່ສ້າງໃຫ້ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46