ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ
ເຜີຍແຜ່ໂດຍ: moderator ເວລາ: 26/03/2025 16:26:36 ຈຳນວນຢ້ຽມຊົມ 160 ຄັ້ງ ໃນຕອນເຊົ້າຂອງວັນທີ 18 ມີນາ 2025 ທີ່ຜ່ານມາ, ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນຄະນະປະທານຮ່ວມຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຫາຍ ບຸນຍາເດດ ໄຊຍະວົງ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ; ມີຕາງໜ້າອົງການຈັດຕັ້ງມະຫາຊົນ, ຕາງໜ້າໜ່ວຍພັກອ້ອມຂ້າງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກສົມບູນ ທັງໝົດ 28 ສະຫາຍ, ຍິງ 6 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ວຽງໄຊ ແກ້ວປະເສີດ, ຮອງຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ທັງສອງພາກ ເຊິ່ງໄດ້ຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຕະຫລອດໄລຍະ 5 ປີ ( 2020-2025 ) ຜ່ານມາ, ພ້ອມທັງວາງທິດທາງ ແລະ ໜ້າທີ່ ໄລຍະ 5 ປີຕໍ່ໜ້າ (2025-2030) ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ພະນັກງານ-ສະມາຊິກພັກ ໃຫ້ມີຄວາມໜັກແໜ້ນດ້ານການເມືອງແນວຄິດ, ຖືວຽກງານການເມືອງແນວຄິດເປັນວຽກສຳຄັນ; ເອົາໃຈໃສ່ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ສະມາຊິກພັກ-ພະນັກງານ ໄດ້ຮັບການຍົກລະດັບທິດສະດີການເມືອງ, ວິຊາສະເພາະ, ພາສາຕ່າງປະເທດ ທັງພາຍໃນ ແລະ ຕ່າງປະເທດ ຫຼາຍສະຫາຍ ເຊິ່ງໄດ້ປະກອບສ່ວນສຳຄັນໃຫ້ຖັນແຖວສະມາຊິກ-ພະນັກງານ ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ; ເຊື່ອມຊຶມບັນດາເອກະສານສຳຄັນຂອງພັກ, ຂອງຊາດ ແລະ ຂອງສາກົນ ກໍຄືມະຕິຄຳສັ່ງຂອງພັກເປັນແຕ່ລະໄລຍະ ນັບແຕ່ປີ 2020-2025 ຈຳນວນ 33 ຄັ້ງ ມີ 101 ເອກະສານ, ມີຜູ້ເຂົ້າຮ່ວມ 858 ເທື່ອຄົນ; ສາມາດສ້າງເປົ້າໝາຍ ແລະ ຂະຫຍາຍສະມາຊິກພັກ ໄດ້ເປັນລະບົບ ເຊັ່ນ: ຮຽນສະໜັບສະໜູນ 12 ສະຫາຍ, ຮຽນກົດລະບຽບພັກ 9 ສະຫາຍ, ຮັບເປັນສະມາຊິກພັກສຳຮອງ 9 ສະຫາຍ; ອະນຸມັດເລື່ອນເປັນສະມາຊິກພັກສົມບູນ 9 ສະຫາຍ. ນອກນັ້ນຍັງມີເປົ້າໝາຍຈະສ້າງເປັນມະຫາຊົນກ້າວໜ້າ 3 ສະຫາຍ; ສາມາດກໍ່ສ້າງພະນັກງານສືບທອດປ່ຽນແທນໄດ້ 14 ຕຳແໜ່ງງານບໍລິຫານ ຄື: ປະເພດ 2 ຈຳນວນ 1 ຕຳແໜ່ງງານ, ປະເພດ 3 ຈຳນວນ 3 ຕຳແໜ່ງ ງານ, ປະເພດ 4 ຈຳນວນ 3 ຕຳແໜ່ງງານ, ປະເພດ 5 ຈຳນວນ 7 ຕຳແໜ່ງງານ; ນອກນັ້ນ, ຍັງໄດ້ປະເມີນວິໄສທັດ ວຽກ “5 ທ” ຄື (ທຸ່ນທ່ຽງ, ທຸ້ມເທ, ທີມງານ, ທັນການ, ທັນສະໄໝ) ຕິດພັນກັບການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເຊິ່ງໜ່ວຍພັກຫ້ອງການ ໄດ້ຮັບນາມມະຍົດເປັນໜ່ວຍພັກແຂງ ຮູ້ນຳພາຮອບດ້ານ 3 ສະໄໝ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຢ່າງຕໍ່ເນື່ອງໃນທຸກໆປີ (6 ປີຊ້ອນແຕ່ປີ 2019).
ໃນວາລະກອງປະຊຸມ, ສະຫາຍ ສັງວານຄຳ ໄຊຍະແກ້ວ ໄດ້ຂຶ້ນຜ່ານ ບົດລາຍງານສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາ ຂອງຫ້ອງການ ໄລຍະ 5 ປີຜ່ານມາ (2021-2025) ເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໂດຍສະເພາະການປະຕິບັດບັນດາແຜນງານ, ໂຄງການຕ່າງໆ ຈຳນວນໜຶ່ງ ແລະ ສ້າງແຜນພັດທະນາຂອງຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ ໄລຍະ 2025-2030 ໂດຍໄດ້ວາງອອກວຽກງານຈຸດສຸມ 3 ແຜນງານ, 16 ໂຄງການ. ພ້ອມນັ້ນ, ສະຫາຍ ບຸນຍາເດດ ໄຊຍະວົງ, ເລຂາໜ່ວຍພັກຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຂຶ້ນຜ່ານບົດສຳຫຼວດການຊີ້ນຳ-ນຳພາລວມ ຕະຫລອດໄລຍະ 5 ປີ (2020-2024) ທີ່ຜ່ານມາ ຂອງຄະນະໜ່ວຍພັກ ແລະ ກ່າວອຳລາໜ້າທີ່.
ໃນກອງປະຊຸມຄັ້ງນີ້, ສະມາຊິກພັກສົມບູນ 23 ສະຫາຍ ໄດ້ໃຊ້ສິດ ປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກ ຊຸດໃໝ່ 03 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ບຸນຍາເດດ ໄຊຍະວົງ ເປັນເລຂາໜ່ວຍພັກ; ສະຫາຍ ຄັດສະພອນ ວົງໄພໂລດ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ສັງວານຄຳ ໄຊຍະແກ້ວ ເປັນກຳມະການໜ່ວຍພັກ, ປະທານກວດກາໜ່ວຍພັກ. ໂດຍຜູ້ແທນກອງປະຊຸມ ໄດ້ຍົກບັດເພື່ອຮັບຮອງມະຕິດັ່ງກ່າວ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊິ່ງໄດ້ຕີລາຄາສູງຕໍ່ບັນດາຜົນງານ ແລະ ຜົນສຳເລັດ ທີ່ໜ່ວຍພັກຫ້ອງການ ຍາດມາໄດ້ໃນໄລຍະ 05 ປີຜ່ານມາ ການປະກອບສ່ວນອັນສຳຄັນເຂົ້າໃນຜົນສຳເລັດລວມຂອງຄະນະພົວພັນຕ່າງປະເທດສູນກາງພັກ. ຄຽງຄູ່ກັນນັ້ນ, ຍັງໄດ້ຊີ້ນຳບາງດ້ານທີ່ໜ່ວຍພັກ ຕ້ອງໄດ້ເອົາໃຈໃສ່ປັບປຸງ ເພື່ອເຮັດໃຫ້ການຊີ້ນຳ-ນຳພາຂອງໜ່ວຍພັກ ຢ່າງມີປະສິດທິພາບ ແລະ ຄຸນນະພາບສູງຂຶ້ນ ຖືເປັນເຂັມຊີ້ທິດເຢືອງທາງ ໃຫ້ແກ່ຄະນະໜ່ວຍພັກຊຸດໃໝ່ ນຳໄປຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງໜ່ວຍພັກ ເພື່ອຮັບປະກັນການເປັນເສນາທິການໃຫ້ແກ່ ຄະນະພັກ, ຄະນະນຳ ຄຕພ ແລະ ເປັນໃຈກາງປະສານງານ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາກົມ ພາຍໃນ ຄຕພ ແລະ ເຮັດຫຼ້ອນໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍ, ສືບຕໍ່ກໍ່ສ້າງໜ່ວຍພັກຂອງຕົນໃນການຈັດຕັ້ງ ແລະ ເຄື່ອນໄຫວໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນຢ່າງຂັນແຂງ ບົນພື້ນຖານການຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດຂອງຄະນະພັກ ຄຕພ ສ້າງໃຫ້ໜ່ວຍພັກຫ້ອງການ ຮັກໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຢ່າງຕໍ່ເນື່ອງ.
ກອງປະຊຸມໄດ້ດຳເນີນເປັນເວລາເຄິ່ງວັນ ດ້ວຍບັນຍາກາດທີ່ເຄັ່ງຂຶມ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມ ບັນລຸໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46