ສະມາຄົມມິດຕະພາບ ລາວ - ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີວາງກະຕ່າດອກໄມ້ເພື່ອລະນຶກວັນຄ້າຍວັນເກີດ ຂອງ ທ່ານ ໂຮ່ເຊ ມາຣຕີ ຄົບຮອບ 172 ປີ (28 ມັງກອນ 1853 – 28 ມັງກອນ 2025)
ເຜີຍແຜ່ໂດຍ: moderator ເວລາ: 28/01/2025 15:29:28 ຈຳນວນຢ້ຽມຊົມ 888 ຄັ້ງ ໃນຕອນເຊົ້າວັນທີ 28 ມັງກອນ 2024, ສະມາຄົມມິດຕະພາບ ລາວ - ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີວາງກະຕ່າດອກໄມ້ ເພື່ອລະນຶກວັນຄ້າຍວັນເກີດ ຂອງ ທ່ານ ໂຮ່ເຊ ມາຣຕີ ຄົບຮອບ 172 ປີ (28 ມັງກອນ1853 – 28 ມັງກອນ 2025) ທີ່ໂຮງຮຽນ ມສ ດົງບັງມິດຕະພາບ ລາວ - ກູບາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນພິທີມີ: ທ່ານ ນາງ ບັນດິດ ປະທຸມວັນ, ອະດີດຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານສະມາຄົມມິດຕະພາບ ລາວ - ກູບາ; ທ່ານ ນາງ ແອນນາ ເອັດເຕ ວຽງ ວາເດສ (Enna Esther Viant Valdes), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ແລະ ບັນດາທ່ານ ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ - ກູບາ, ບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຂອງ ຄຕພ, ຜູ້ຕາງໜ້າຈາກຫ້ອງວ່າການນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກອົງການປົກຄອງເມືອງໄຊທານີ, ອະດີດນັກສຶກສາລາວທີ່ຈົບຈາກກູບາ, ຄູອາຈານ, ນັກຮຽນຈາກໜ່ວຍງານວິຊາພາສາແອັສປາຍ, ມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນ ມສ. ດົງບັງ ມິດຕະພາບ ລາວ - ກູບາ ແລະ ອຳນາດການປົກຄອງບ້ານດົງບັງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດພິທີຄັ້ງນີ້ ສະແດງເຖິງຄວາມເຄົາລົບຮັກ, ຮູ້ບຸນຄຸນອັນໃຫ່ຍຫຼວງຕໍ່ ທ່ານ ໂຮ່ເຊ ມາຣຕີ, ຜູ້ທີ່ໄດ້ເສຍ ສະຫຼະເພື່ອການປະຕິວັດ ຂອງກູບາ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ - ກູບາ ຄົບ ຮອບ 50 ປີ ແລະ ທັງເປັນການປະກອບສ່ວນຮັດແໜັນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະ ຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ - ກູບາ ໃຫ້ນັບມື້ມີບາດກ້າວໃໝ່ ແລະ ພ້ອມທັງເຮັດໃຫ້ນັກຮຽນນັກສຶກສາ, ປະຊາຊົນລາວຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດສາດແຫ່ງການຕໍ່ສູ້ປະຕິວັດອັນກ້າແກ່ນເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນກູບາ ແລະ ຮຽນຮູ້ກ່ຽວກັບຊີວິດການເຄື່ອນໄຫວປະຕິວັດ ຂອງ ທ່ານ ໂຮ່ເຊ ມາຣຕີ, ວິລະຊົນແຫ່ງຊາດກູບາ.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46
