ກອງເລຂາ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈັດກອງປະຊຸມປຶກສາຫາລື
ເຜີຍແຜ່ໂດຍ: moderator ເວລາ: 14/10/2024 16:20:11 ຈຳນວນຢ້ຽມຊົມ 1067 ຄັ້ງ ໃນຕອນບ່າຍວັນທີ 14 ຕຸລາ 2024 ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ກອງເລຂາຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ຈັດກອງປະຊຸມປຶກສາຫາລືຂອງຕົນຂຶ້ນ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຊີ້ນໍາລະດັບຊາດ, ທັງເປັນຫົວໜ້າກອງເລຂາ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ 2024-2028, ເຊິ່ງໄດ້ມີບັນດາສະຫາຍໃນຄະນະກອງເລຂາ ແລະ ຜູ້ຕາງໜ້າ ທີ່ມາຈາກ ຫ້ອງວ່າການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຄະນະກໍາມະການຮ່ວມມື ລາວ-ຈີນ ແລະ ພະນັກງານກ່ຽວຂ້ອງຈໍານວນໜຶ່ງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍຫຼັງທີ່ສູນກາງພັກ ໄດ້ມີການແຕ່ງຕັ້ງ ກອງເລຂາ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບປີ 2024-2028, ເຊິ່ງ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າ ຄຕພ, ຮອງຫົວໜ້າກອງເລຂາຫົວໜ້າກອງເລຂາ ຄະນະຊີ້ນໍາລະ ດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ແຈ້ງ ຕໍ່ທີ່ປະຊຸມ ກ່ຽວກັບ ຄະນະຊີ້ນໍາລະດັບຊາດ ແລະ ຄະນະກອງເລຂາ ຂອງ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ; ພ້ອມນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າ, ການສະຫຼຸບຕີລາຄາ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການ ຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນໄລຍະຜ່ານມາ, ພ້ອມທັງໄດ້ປຶກສາຫາລື ກ່ຽວກັບ ທິດທາງແຜນການຈຸດສຸມ ແລະ ກົນໄກການຈັດຕັ້ງປະຕິບັດວຽກງານ ຂອງກອງເລຂາ ໃນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຕໍ່ໜ້າ ໃຫ້ມີຄຸນນະພາບສູງ, ປະສິດທິພາບສູງ ແລະ ລະດັບສູງກວ່າເກົ່າ.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46

