ກອງປະຊຸມທາບທາມເປີດກວ້າງ ຕໍ່ຮ່າງຂໍ້ກຳນົດຂອງກົມການເມືອງສູນກາງພັກ ວ່າດ້ວຍການຄຸ້ມຄອງການເຄື່ອນໄຫວວຽກງານຕ່າງປະເທດ
ເຜີຍແຜ່ໂດຍ: moderator ເວລາ: 24/09/2024 16:22:44 ຈຳນວນຢ້ຽມຊົມ 323 ຄັ້ງ ໃນວັນທີ 24 ກັນຍາ 2024, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມທາບທາມເປີດກວ້າງຂັ້ນສູນກາງ ເພື່ອປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ຕໍ່ຮ່າງຂໍ້ກຳນົດຂອງກົມການເມືອງສູນກາງພັກ ວ່າດ້ວຍການຄຸ້ມຄອງການເຄື່ອນໄຫວວຽກງານຕ່າງປະເທດ ໂດຍການເປັນປະທານ ຂອງ ສະຫາຍ ວາລະໄຊ ເລັ່ງສະຫວັດ, ກຳມະການຄະນະພັກ, ປະທານກວດກາພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີຜູ້ຕາງໜ້າຈາກ 12 ອົງການຈັດຕັ້ງຂອງພັກຂັ້ນສູນກາງ ແລະ ພະນັກງານພາຍໃນ ຄຕພ ເຂົ້າຮ່ວມ 50 ກວ່າສະຫາຍ.
ກອງປະຊຸມ ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ໃສ່ຂໍ້ກຳນົດຂອງກົມການເມືອງດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຂໍ້ກຳນົດສະບັບນີ້ ປະກອບດ້ວຍ 4 ພາກ, 15 ມາດຕາ ເຊິ່ງຈະເປັນນິຕິກຳໃຫ້ແກ່ການຈັດຕັ້ງເຄື່ອນໄຫວວຽກງານການຕ່າງປະເທດໃນສາຍພັກ ແຕ່ສູນກາງ ຮອດທ້ອງຖິ່ນ ໃຫ້ເອກະພາບຜ່ານປະຕູດຽວ, ສອດຄ່ອງກັບສະພາບການໃນແຕ່ລະໄລຍະ, ທັງເປັນການເຊີດຊູບົດບາດຂອງພັກ-ລັດ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ.
ສະຫາຍ ວາລະໄຊ ເລັ່ງສະຫວັດ, ປະທານກອງປະຊຸມ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ຄວາມເປັນເຈົ້າການປະກອບຄຳເຫັນຕ່າງໆ ຂອງຜູ້ຕາງໜ້າຈາກບັນດາອົງການຈັດຕັ້ງຂອງພັກ ເຊິ່ງເປັນເນື້ອໃນສຳຄັນ ເພື່ອເຮັດໃຫ້ຮ່າງຂໍ້ກຳນົດດັ່ງກ່າວ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບໃນຕໍ່ໜ້າ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46