ພິທີລົງນາມບົດບັນທຶກຄວາມເຂົ້າໃຈລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກແລະກະຊວງເຕັກໂນໂລຊີ ແລະ ການສື່ສານ
ເຜີຍແຜ່ໂດຍ: moderator ເວລາ: 16/08/2024 10:46:10 ຈຳນວນຢ້ຽມຊົມ 783 ຄັ້ງ ໃນຕອນເຊົ້າຂອງວັນທີ15ສິງຫາ2024ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືຫັນວຽກງານຂອງຄະນະພົວພັນຕ່າງປະເທດສູນກາງພັກເປັນດີຈີຕອນລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ແລະກະຊວງເຕັກໂນໂລຊີແລະການສື່ສານ (ກຕສ),ໃຫ້ກຽດລົງນາມບົດບັນທຶກດັ່ງກ່າວ ໂດຍທ່ານທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກແລະທ່ານ ບັນດິດ ສຈ. ບໍ່ວຽງຄຳວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີແລະການສື່ສານ; ມີບັນດາຄະນະພັກ, ຄະນະນຳ ພ້ອມດ້ວຍພະນັກງານຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານຈຳນວນ 70 ຄົນ.
ຈຸດປະສົງໃນການເຊັນບົດທັນທຶກຄວາມເຂົ້າໃຈໃນຄັ້ງນີ້ເພື່ອການເພີ່ມທະວີການຮ່ວມມື, ເປັນກົນໄກປະສານງານ, ແລກປ່ຽນຂໍ້ມູນຂ່າວສານ, ພັດທະນາຂີດຄວາມສາມາດໃນການຫັນເປັນດີຈິຕອນທາງດ້ານຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງ ແລະ ບໍລິຫານລັດ, ເຜີຍແຜ່ຂໍ້ມູນຂ່າວສານການເຄື່ອນໄຫວວຽກງານຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນຂອງຄະນະພົວພັນຕ່າງປະເທດສູນກາງພັກຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ເຊື່ອມໂຍງລະບົບຂໍ້ມູນຂ່າວສານກັບບັນດາຂະແໜງການກ່ຽວຂ້ອງ ແຕ່ສູນກາງຮອດທ້ອງຖິ່ນ ໄດ້ຢ່າງວ່ອງໄວ, ທັນສະໄໝ ແລະ ມີຄວາມປອດໄພ.
ການເຊັນບົດທັນທຶກໃນຄັ້ງນີ້ໄດ້ມີການກໍານົດຂອບເຂດການຮ່ວມມືແຕ່ລະດ້ານຄື: 1).ສະໜັບ ສະໜູນການຫັນເປັນທັນສະໄໝໃນວຽກງານຄຸ້ມຄອງແລະບໍລິຫານລັດຂອງຄຕພໂດຍສອດຄ່ອງກັບຍຸດ ທະສາດລວມແຫ່ງຊາດກ່ຽວກັບວຽກງານເຕັກໂນໂລຊີແລະການສື່ສານ ເຊັ່ນວ່າ: ລະບົບຫ້ອງການທັນສະໄໝ(E-Office),ລະບົບ E-mail, ລະບົບສື່ສານພາກລັດ (G-Chats),ລະບົບ G-Share,ລະບົບກອງປະຊຸມທາງໄກ, G-Web ແລະPlatform ຕ່າງໆ;2).ໃຫ້ຄຳປຶກສາ, ຊ່ວຍສ້າງ, ເປັນທີ່ປືກສາການສ້າງຖານຂໍ້ມູນພະນັກງານເພື່ອຫັນເປັນທັນສະໄໝດ້ວຍລະບົບດິຈິຕອນ;3).ສະໜັບສະໜູນການສ້າງຖານຂໍ້ມູນວິຊາສະເພາະຂອງບັນດາກົມຂອງຄຕພໂດຍນໍາໃຊ້ເປັນຄັງຂໍ້ມູນແບບCloudເຊິ່ງສາມາດເຂົ້າເຖິງຖານຂໍ້ມູນດັ່ງກ່າວໄດ້ທຸກທີ່, ທຸກເວລາ ແລະ ຮັບປະກັນຄວາມປອດໄພທາງໄຊເບີ (Cyber Security) ;4).ສະໜັບສະໜູນໃນການປະເມີນຄວາມຕ້ອງການທາງດ້ານອຸປະກອນITທີ່ທັນສະໄໝທີ່ຈໍາເປັນນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ;5).ຮ່ວມມືກັນບໍາລຸງກໍ່ສ້າງພະນັກງານແລະພັດທະນາລະບົບດິຈິຕອນຂອງຄຕພ.
ພາຍຫຼັງລົງນາມບົດບັນທຶກຄວາມເຂົ້າໃຈສະບັບດັ່ງກ່າວ, ສອງຝ່າຍຈະໄດ້ພ້ອມກັນຄົ້ນຄວ້າແຕ່ງຕັ້ງຄະນະຮັບຜິດຊອບເພື່ອຈັດຕັ້ງປະຕິບັດ ບັນດາໜ້າວຽກໃນການຫັນເປັນດີຈິຕອນຮ່ວມກັນເພື່ອປະກອບສ່ວນເຂົ້າໃນວຽກງານໂຄສະນາແນວທາງນະໂຍບາຍການຕ່າງປະເທດຂອງພັກ ປປ ລາວທັງສອດຄ່ອງກັບເປົ້າໝາຍຂອງລັດຖະບານທີ່ໄດ້ຮັບຮອງວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025).
23/06/2026 13:38:06
15/06/2026 15:59:03
09/06/2026 16:37:23
03/06/2026 09:12:19
03/06/2026 09:06:12
28/05/2026 15:32:56
29/07/2022 15:17:46
10/04/2025 15:37:41
13/06/2023 14:17:31
30/05/2023 10:28:03
10/04/2025 15:18:32
23/04/2025 13:17:35
16/07/2025 16:30:18
09/12/2022 14:35:10
30/07/2025 16:01:28
26/02/2025 15:29:23



