ສະຫະພັນແມ່ຍິງຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອແມ່ຍິງລາວ
ເຜີຍແຜ່ໂດຍ: moderator ເວລາ: 23/07/2024 16:05:01 ຈຳນວນຢ້ຽມຊົມ 1156 ຄັ້ງ ເພື່ອເປັນການລະນຶກເຖິງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955 – 20 ກໍລະກົດ 2024), ໃນວັນທີ 23 ກໍລະກົດ 2024 ສະຫະພັນແມ່ຍິງຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອແມ່ຍິງລາວ, ທີ່ສູນຝຶກອົບຮົມແມ່ຍິງລາວ; ໂດຍມີຄະນະບໍລິຫານງານສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ, ພ້ອມດ້ວຍສະມາຊິກເອື້ອຍນ້ອງແມ່ຍິງ, ຕາງໜ້າຊາວໜຸ່ມ ແລະ ກໍາມະບານ ຄຕພ ເຂົ້າຮ່ວມ 22 ສະຫາຍ. ເຮັດໃຫ້ເອື້ອຍນ້ອງແມ່ຍິງເຫັນໄດ້ມູນເຊື້ອ, ປະຫວັດສາດ ການເຄື່ອນໄຫວ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນແມ່ຍິງລາວ ໃນແຕ່ລະໄລຍະ ໂດຍພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ. ພ້ອມທັງເປັນການສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ຈະມາເຖິງນີ້.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46



