ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ຮ່ວມກັບ ສະມາຄົມມິດຕະພາບ ອົດສະຕຣາລີ-ລາວ ຈັດກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບ
ເຜີຍແຜ່ໂດຍ: moderator ເວລາ: 17/05/2024 14:19:24 ຈຳນວນຢ້ຽມຊົມ 957 ຄັ້ງ ໃນວັນທີ 16 ພຶດສະພາ 2024, ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ຮ່ວມກັບ ສະມາຄົມມິດຕະພາບ ອົດສະຕຣາລີ - ລາວ ໄດ້ຈັດກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົດສະຕຣາລີ - ອົດສະຕຣາລີ - ລາວ ຢູ່ທີ່ເດີ່ນເຕະບານເທບປັນຍາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນກະຊວງແຜນການ ແລະ ການລົງທຶນ, ປະທານ ສະມາຄົມ ມິດຕະພາບລາວ - ອົດສະຕຣາລີ ແລະ ທ່ານ ແດນ ເຮວເດິນ, ອັກຄະລັດຖະທູດ, ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ. ນອກຈາກນັ້ນ, ຍັງມີທ່ານຜູ້ຕາງໜ້າຈາກກະຊວງ, ອົງການ ແລະ ນັກກິລາຈາກພາກສ່ວນທີ່ກ່ຽວຂ້ອງຂອງ ລາວ ແລະ ອົດສະຕຣາລີ ເຂົ້າຮ່ວມ 150 ກວ່າທ່ານ. ກິດຈະກໍາກິລາເຕະບານມິດຕະພາບຄັ້ງນີ້ ມີນັກກິລາເຂົ້າຮ່ວມຈາກ ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ-ອົດສະຕຣາລີ-ລາວ, ຄະນະພົວພັນຕ່າງປະເທດສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ.
ການຈັດງານກິລາມິດຕະພາບຄັ້ງນີ້ ນອກຈາກເປັນການສະເຫຼີມສະຫຼອງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົດສະຕຣາລີ - ອົດສະຕຣາລີ - ລາວ ແລ້ວ, ຍັງເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ສ້າງຄວາມສາມັກຄີ ລະຫວ່າງ ບັນດາອົງການຈັດຕັ້ງ ຂອງ ລາວ ແລະ ອົດສະຕຣາລີ ເພື່ອເປັນການປະກອບສ່ວນພັດທະນາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ອົດສະຕຣາລີ
ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ພຶດສະພາ 2023 ແລະ ກໍ່ໄດ້ເຄື່ອນໄຫວຕາມພາລະບົດບາດ, ເງື່ອນໄຂ ແລະ ຄວາມສາມາດ ຮ່ວມກັບພາກສ່ວນກ່ຽວຂ້ອງ ຂອງ ອົດສະຕຣາລີ ໂດຍສະເພາະ ສະມາຄົມມິດຕະພາບ ອົດສະຕຣາລີ - ລາວ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ດ້ວຍການຈັດກິດຈະກຳທີ່ສອງຝ່າຍເຫັນດີຮ່ວມກັນໃນໂອກາດວັນສໍາຄັນຕ່າງໆ ເພື່ອເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ອັນດີງາມ ກໍຄືພົວພັນການຮ່ວມມື ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ອົດສະຕຣາລີ ໃຫ້ນັບມື້ນັບໄດ້ຮັບການພັດທະນາຂື້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ຂອງສອງປະເທດ ແລະ ເພື່ອປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການພາລະກິດແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ຂອງພາກພື້ນ ແລະ ໃນໂລກ.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46



