ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປະກາດພະນັກງານ ອອກພັກຜ່ອນຮັບອຸດໜູນ-ບຳນານ
ເຜີຍແຜ່ໂດຍ: moderator ເວລາ: 26/04/2024 13:49:22 ຈຳນວນຢ້ຽມຊົມ 586 ຄັ້ງ ໃນວັນທີ 26 ເມສາ 2024 ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີປະກາດພະນັກງານຫຼັກແຫ່ຼງຂັ້ນຫົວໜ້າກົມ ເຂົ້າຮັບອຸດໜູນ-ບຳນານ ຕາມກົດໝາຍພະນັກງານ-ລັດຖະກອນ.
ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ສະຫາຍ ວາລະໄຊ ເລັ່ງສະຫວັດ ກຳມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາ ຄະນະພັກ-ຄະນະນຳ, ຄະນະກົມຕະຫຼອດຮອດພະນັກງານຫຼັກແຫ່ງຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ເກີລໍ່ ຢາງກໍ່, ກໍາມະການພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານ ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 506/ຄລສພ, ລົງວັນທີ 13/12/2023 ວ່າດ້ວຍການອະນຸມັດໃຫ້ ສະຫາຍ ພົມມາ ສິດເສນາ ຫົວໜ້າກົມ, ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສຳເລັດປະຈຳການໃນຕຳແໜ່ງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ. ອິນໂດເນເຊຍ ແລະ ສປ. ຕີມໍແລັດສະເຕ ເຂົ້າຮັບອຸດໜູນບຳນານ ຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ.
ໃນຕອນທ້າຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ມີຄຳເຫັນຕໍ່ຜູ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ພະນັກງານທີ່ເຂົ້າຮັບອຸດໜູນ-ບໍານານວ່າ: ການເຂົ້າຮັບບຳນານແມ່ນການປະຕິບັດນະໂຍບາຍຕໍ່ພະນັກງານທີ່ເຮັດການປະຕິວັດສຸດກົກສຸດປາຍ, ມີຜົນງານຕາມເງື່ອນໄຂທີ່ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນວາງອອກ ແລະ ທັງເປັນກຽດອັນສູງສົ່ງ ໝາຍເຖິງການປະກອບສ່ວນສໍາຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 39 ປີຂອງ ສະຫາຍ ພົມມາ ສິດເສນາ. ນັ້ນແມ່ນຄວາມເປັນແບບຢ່າງທີ່ພະນັກງານໜຸ່ມນ້ອຍຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ຄວນຖອດຖອນເປັນບົດຮຽນເພື່ອນໍາໃຊ້ເຂົ້າໃນໜ້າທີ່ວຽກງານການເມືອງຂອງຕົນໃນສະເພາະໜ້າ ແລະ ຍາວນານ.
05/12/2025 11:16:48
04/12/2025 15:32:18
03/12/2025 16:09:31
03/12/2025 15:56:33
03/12/2025 15:09:58
02/12/2025 10:21:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30



