ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023
ເຜີຍແຜ່ໂດຍ: moderator ເວລາ: 07/03/2024 16:01:42 ຈຳນວນຢ້ຽມຊົມ 1163 ຄັ້ງ ໃນວັນທີ 7 ມີນາ 2024 ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີ ມອບ-ຮັບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມອບໃບຢັ້ງຢືນ ກຳມະບານ 5 ເປັນເຈົ້າ ປະຈຳປີ 2023 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ມີບັນດາສະຫາຍໃນຄະນະພັກ, ບັນດາຄະນະໜ່ວຍພັກ ແລະ ສະມາຊິກພັກ ຂັ້ນພະແນກ ພ້ອມດ້ວຍພະນັກງານເຂົ້າຮ່ວມທັງໝົດ ຈຳນວນ 130 ສະຫາຍ;
ໃນພິທີ ສະຫາຍ ເກີລໍ ຢ່າງກໍ່ ກຳມະການຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂື້ນຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການ ຂອງບັນດາໜ່ວຍພັກ ຄຕພ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 3 ໜ່ວຍພັກ ແລະ ມອບໃບຢັ້ງຢືນ ກຳມະບານ 5 ເປັນເຈົ້າ ປະຈຳປີ 2023 ໃຫ້ສະຫະພັນກຳມະບານ ຄຕພ ພ້ອມທັງ ໄດ້ໂອ້ລົມຕໍ່ທີ່ປະຊຸມ ໂດຍສະແດງຄວາມຊົມເຊີຍຕໍ່ຜົນ ສຳເລັດຂອງທັງ 03 ໜ່ວຍພັກ ທີ່ໄດ້ມີຄວາມພະຍາມ ແລະ ເຊີດຊູຄວາມຮັບຜິດຊອບສູງໃນການຮັກສານາມມະຍົດ ແລະ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023; ໜ່ວຍພັກຫ້ອງການ ສາມາດສຶບຕໍ່ຮັກສາໄດ້ນາມມະຍົດ ເປັນສະໄໝທີ 7, ໜ່ວຍພັກ ກົມຈັດຕັ້ງ-ພະນັກງານ ແລະ ໜ່ວຍພັກ ກົມ ຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ ກໍ່ສາມາດສ້າງໜ່ວຍພັກຕົນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສະຫາຍ ຫົວໜ້າ ຄຕພ ໄດ້ຮຽກຮ້ອງໃຫ້ໜ່ວຍພັກທີ່ບໍ່ສາມາດກໍ່ສ້າງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີນີ້ຈົ່ງເອົາໃຈໃສເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຂັ້ນຕອນ ແລະ ເງື່ອນໄຂ ທີ່ນິຕິກຳໄດ້ວາງອອກ. ສຳລັບ 03 ໜ່ວຍພັກ ທີ່ໄດ້ຖືກຮັບຮອງໃນປີນີ້ ຈົ່ງເພີ່ມທະວີການຮັກສາໜ່ວຍພັກ ຂອງຕົນໃຫ້ເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຫຼາຍປີເທົ່າໃດຍິ່ງດີ.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46



