ພິທີເປີດການແຂ່ງຂັນກິລາບານເຕະຍິງ-ຊາຍ ມິດຕະພາບ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 40 ປີ
ເຜີຍແຜ່ໂດຍ: editor ເວລາ: 20/06/2023 14:52:53 ຈຳນວນຢ້ຽມຊົມ 879 ຄັ້ງ ໃນຕອນບ່າຍວັນທີ 16 ມິຖຸນາ 2023, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີເປີດການແຂ່ງຂັນກິລາບານເຕະຍິງ-ຊາຍ ມິດຕະພາບ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 40 ປີ (29/06/1983-29/06/2023) ໂດຍການເປັນປະທານຂອງ ສະຫາຍ ວາລະໄຊ ເລັ່ງສະຫວັດ, ກຳມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ການແຂ່ງຂັນກິລາບານເຕະຍິງ-ຊາຍ ໃນຄັ້ງນີ້, ມີການເຂົ້າຮ່ວມ ຈາກ 4 ພາກສ່ວນ ຄື: ຄະນະພົວພັນຕ່າງປະເທດສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ກະຊວງການຕ່າງປະເທດ.
ໃນພິທີດັ່ງກ່າວ, ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ກ່າວຄຳເຫັນເປີດພິທີ ແລະ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາໃນການສ້າງຕັ້ງຄະນະພົວພັນຕ່າງປະເທດສູນກາງພັກ ນັບແຕ່ປີ 1983 ເປັນຕົ້ນມາ, ຍົກໃຫ້ເຫັນເຖິງຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ, ພາລະບົດບາດຂອງຄະນະພົວພັນການຕ່າງປະເທດສູນກາງພັກ ໃນການປະຕິບັດໜ້າທີ່ວຽກງານການຕ່າງປະເທດຂອງພັກ ແລະ ການທູດປະຊາຊົນ ຕະຫຼອດໄລຍະ 40 ປີ ຜ່ານມາ; ຍົກໃຫ້ເຫັນ ການພົວພັນຕ່າງປະເທດ ຂອງພັກ ປປ ລາວ ນັບມື້ໄດ້ເປີດກວ້າງ, ມີການພົວພັນກັບບັນດາພັກອ້າຍນ້ອງປະເທດສັງຄົມນິຍົມ, ບັນດາພັກກອມມູນິດ, ພັກກຳມະກອນ, ພັກການເມືອງກ້າວໜ້າ ແລະ ບັນດາພັກກຳອຳນາດໃນປະເທດຕ່າງໆ. ມາເຖິງປັດຈຸບັນ, ພັກ ປປ ລາວ ໄດ້ມີການພົວພັນດ້ານພັກ ກັບ 140 ພັກການເມືອງ ຈາກ 83 ປະເທດໃນທົ່ວໂລກ ແລະ ມີການພົວພັນການທູດດ້ານສະມາຄົມມິດຕະພາບລາວກັບຕ່າງປະເທດ ຈຳນວນ 19 ສະມາຄົມ ແລະ ຄະນະສັນຕິພາບ, ສາມັກຄີກັບນານາຊາດຂອງລາວ.
ຜ່ານການແຂ່ງຂັນທີມໄດ້ຮັບໄຊຊະນະເລີດບານເຕະຊາຍ ແມ່ນທີມຄະນະຈັດຕັ້ງສູນກາງພັກ ແລະ ທີມທີ່ໄດ້ໄຊຊະນະເລີດບານເຕະຍິງ ແມ່ນທີມຫ້ອງວ່າການສູນກາງພັກ
ງານແຂ່ງຂັນກິລາໃນຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດທີ່ມ່ວນຊື່ນ ແລະ ມີໄມຕີຈິດມິດຕະພາບລະຫວ່າງພະນັກງານ, ລັດຖະກອນ ຂອງ 4 ອົງການ, ເປັນການປະກອບສ່ວນ ຮັດແໜ້ນຄວາມສາມັກຄີ ແລະ ທັງເປັນຂະບວນການຟົດຟື້ນ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງ ຄຕພ ຄົບຮອບ 40 ປີອີກດ້ວຍ.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46


