ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມຄະນະກຳມະການຈັດຕັ້ງກອງປະຊຸມສາກົນ ຄັ້ງທີ 2 ໃນວັນທີ 31 ພຶດສະພາ 2023 ຜ່ານວີດີໂອທາງໄກ
ເຜີຍແຜ່ໂດຍ: editor ເວລາ: 01/06/2023 15:17:28 ຈຳນວນຢ້ຽມຊົມ 1153 ຄັ້ງ ໃນວັນທີ 31 ພຶດສະພາ 2023, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນນາມຜູ້ຕາງໜ້າຂັ້ນສູງຂອງພັກ ປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການຈັດຕັ້ງກອງປະຊຸມສາກົນ ຄັ້ງທີ 2 ຜ່ານວີດີໂອທາງໄກ ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີຄະນະຜູ້ແທນຈາກ 16 ພັກການເມືອງ ທີ່ມາຈາກ ອາຊີ, ອາຟຣິກາ, ອາເມຣິກາລາຕິນ, ເອີຣົບ ແລະ 1 ອົງການຈັດຕັ້ງສາກົນຂອງພັກການເມືອງໃນອາຊີ (ໄອແຄັບ ICAPP). ກອງປະຊຸມຄັ້ງນີ້ ເປັນກອງປະຊຸມສືບຕໍ່ຈາກກອງປະຊຸມຄັ້ງທີ 1 ທີ່ຈັດຂື້ນໃນເດືອນ 3 ປີ 2023 ຢູ່ນະຄອນຫຼວງມົດສະກູ, ສະຫະພັນຣັດເຊຍ ເພື່ອປຶກສາຫາລືການກະກຽມໃຫ້ແກ່ການຈັດກອງປະຊຸມເວທີປຶກສາຫາລື ຂອງບັນດາຝ່າຍສະໜັບສະໜູນການຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ໃນສະໄໝໃໝ່, ຊຶ່ງຈະຈັດຂື້ນໃນເດືອນຕຸລາ 2023 ທີ່ຈະມາເຖິງນີ້.
ໃນກອງປະຊຸມດັ່ງກ່າວ, ຫົວໜ້າຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄໍາເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຕໍ່ແນວຄິດລິເລີ່ມຂອງ ພັກຣັດເຊຍເອກະພາບ ໃນການຈັດກອງປະຊຸມເວທີປຶກສາຫາລືດັ່ງກ່າວ ຊຶ່ງເປັນຂີດໝາຍສໍາຄັນແຫ່ງການຮ່ວມມື ແລະ ເຕົ້າໂຮມກໍາລັງແຮງ ຂອງບັນດາພັກການເມືອງຈາກທະວີບຕ່າງໆໃນໂລກ ແນ່ໃສ່ພ້ອມກັນຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່ ທີ່ເປັນສິ່ງທ້າທາຍຕໍ່ການພັດທະນາຂອງບັນດາປະຊາຊາດໃນພາກພື້ນ ແລະ ໃນໂລກ; ຕີລາຄາສູງ ແລະ ຊົມເຊີຍການກະກຽມດ້ານຕ່າງໆຂອງພັກຣັດເຊຍເອກະພາບ ແລະ ເຫັນດີສະໜັບສະໜູນຮ່າງເນື້ອໃນເອກະສານຕ່າງໆ ສຳລັບກອງປະຊຸມເວທີປຶກສາຫາລື ທີ່ຈະຈັດຂື້ນໃນເດືອນຕຸລາ 2023; ຢືນຢັນສືບຕໍ່ຢືດໝັ້ນໃນແນວທາງນະໂຍບາຍຕ່າງປະເທດຂອງພັກ ສັນຕິພາບ, ເອກະ ລາດ, ມິດຕະພາບ ແລະ ການຮ່ວມມື; ສະແດງຄວາມໝາຍໝັ້ນໃນການສືບຕໍ່ຮ່ວມມື ແລະ ເຮັດວຽກຢ່າງໃກ້ຊິດ ກັບ ພັກຣັດເຊຍເອກະພາບ ແລະ ບັນດາພັກເພື່ອນມິດ ແລະ ກໍາລັງທີ່ກ້າວໜ້າຂອງບັນດາປະເທດໃນໂລກເພື່ອຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ ໃນພາກປະຕິບັດໃນສະໄໝໃໝ່.
14/08/2026 09:27:49
11/08/2026 16:22:50
10/08/2026 16:19:13
10/08/2026 14:31:43
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
30/07/2025 16:01:28
29/07/2022 15:17:46
27/05/2025 15:03:03
03/06/2025 14:03:36
16/07/2025 16:30:18
03/10/2025 15:43:46
13/06/2023 14:17:31
30/05/2023 10:28:03
24/07/2025 13:53:23



