ຊາວໜຸ່ມຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຊາວໜຸ່ມຂອງບັນດາອົງການພັກອ້ອມຂ້າງ ຫຼັກ 6 ຮ່ວມກັນຈັດກອງປະຊຸມແລກປ່ຽນບົດຮຽນ
ເຜີຍແຜ່ໂດຍ: editor ເວລາ: 14/12/2022 15:34:42 ຈຳນວນຢ້ຽມຊົມ 1658 ຄັ້ງ ເພື່ອຂໍ່ານັບຊົມເຊີຍວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດ ຂອງທ່ານ ປະທານໄກສອນ ພົມວິຫານ ຄົບຮອບ 102 ປີ, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 40 ປີ ໃນປີ 2023. ໃນວັນທີ 07 ທັນວາ 2022, ຢູ່ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຫຼັກ6), ຄະນະບໍລິຫານງານຊາວໜຸ່ມຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມຂອງບັນດາອົງການພັກອ້ອມຫຼັກ 6 ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ໃນຫົວຂໍ້ “ຍົກສູງບົດບາດການເປັນເສນາທິການໃຫ້ແກ່ຂັ້ນເທິງ” ແລະ ກອງປະຊຸມສາກົນຈຳລອງ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນກອງປະຊຸມຄັ້ງນີ້ ມີ ສະຫາຍ ວາລະໄຊ ເລັ່ງສະຫວັດ, ກຳມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີສະຫາຍຄະນະກົມຂະບວນການຂອງສູນກາງຊາວໜຸ່ມ, ບັນດາສະຫາຍເລຂາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ຄຕພ ແລະ ບັນດາຄະນະ ຂອງສູນກາງພັກ ຄື: ຫ້ອງວ່າການສູກນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຄະນະກວດກາສູນກາງພັກ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ນອກນັ້ນ, ຍັງມີບັນດາສະຫາຍຕາງໜ້າໜ່ວຍພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນຂອງ ຄຕພ ແລະ ສະມາຊິກຊາວໜຸ່ມ ຄຕພ ແລະ ບັນດາອົງການ ເຂົ້າຮ່ວມ ທັງໝົດຫຼາຍກວ່າ 100 ສະຫາຍ.
ໃນວາລະທີ 1 ຂອງກອງປະຊຸມແລກປ່ຽນບົດຮຽນ, ຕາງໜ້າຊາວໜຸ່ມ ທັງ 6 ພາກສ່ວນ ໄດ້ຂຶ້ນແລກປ່ຽນບົດຮຽນກ່ຽວກັບການຍົກສູງບົດບາດເປັນເສນາທິການໃຫ້ແກ່ຂັ້ນເທິງ, ໂດຍສະເພາະແມ່ນວຽກງານຄົ້ນຄວ້າ ແລະ ການ ຂີດຂຽນ; ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີການປະກອບຄຳຄິດຄຳເຫັນ ແລະ ຕັ້ງຄຳຖາມແລກປ່ຽນ ເຊິ່ງກັນ ແລະ ກັນ ແບບກົງໄປກົງມາ ຢ່າງເປັນຂະບວນຟົດຟື້ນ ແລະ ມີເນື້ອໃນອັນອຸດົມສົມບູນ. ໃນວາລະທີ 2 ແມ່ນການຈັດກອງປະຊຸມສາກົນຈຳລອງ ພາຍໃຕ້ຫົວຂໍ້ຫຼັກ ຄື: ລະບຽບໂລກໃໝ່ ແລະ ການຫັນເປັນດິຈິຕັອນ, ໂດຍແຕ່ລະພາກສ່ວນ ໄດ້ຂຶ້ນກ່າວຄຳເຫັນເປັນພາສາລາວ ແລະ ແປເປັນພາສາຕ່າງປະເທດ ຄື: ຫວຽດ, ອັງກິດ, ຈີນ ແລະ ລັດເຊຍ. ກອງປະຊຸມ ທັງ 2 ວາລະ ໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໃນຕອນທ້າຍ, ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ມີຄຳເຫັນຕໍ່ກອງປະຊຸມ, ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມຄິດລິເລີ່ມທີ່ດີ ໃນການຈັດກິດຈະກຳ ທີ່ຕິດພັນກັບວິຊາສະເພາະ ເຊິ່ງເປັນກິດຈະກຳທີ່ມີຄວາມສຳຄັນ, ເຮັດໃຫ້ສະມາຊິກຊາວໜຸ່ມ ມີຄວາມກ້າຫານ,ໄດ້ພັດທະນາຄວາມຮູ້ດ້ານວິຊາການ ແລະ ຮັດແໜ້ນຄວາມສາມັກຄີ ລະຫວ່າງຊາວໜຸ່ມ ທັງ 6 ພາກສ່ວນ. ນອກນັ້ນ, ສະຫາຍ ຍັງໄດ້ຊີ້ນຳໃຫ້ຊາວໜຸ່ມ ສືບຕໍ່ຈັດກິດຈະກຳທີ່ຕິດພັນກັບວິຊາສະເພາະ ໃຫ້ຫຼາຍຂຶ້ນກວ່າເກົ່າ; ສະເໜີໃຫ້ຊາວໜຸ່ມ ທັງ 6 ພາກສ່ວນ ສືບຕໍ່ແລກປ່ຽນ ແລະ ປະສານສົມທົບນຳກັນ, ຍົກສູງການເປັນເສນາທິການໃຫ້ແກ່ການນຳ ໃຫ້ມີປະສິດທິຜົນສູງກວ່າເກົ່າ.
23/06/2026 13:38:06
15/06/2026 15:59:03
09/06/2026 16:37:23
03/06/2026 09:12:19
03/06/2026 09:06:12
28/05/2026 15:32:56
29/07/2022 15:17:46
10/04/2025 15:37:41
13/06/2023 14:17:31
30/05/2023 10:28:03
10/04/2025 15:18:32
23/04/2025 13:17:35
16/07/2025 16:30:18
09/12/2022 14:35:10
30/07/2025 16:01:28
26/02/2025 15:29:23



