ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2022
ເຜີຍແຜ່ໂດຍ: editor ເວລາ: 14/07/2022 14:18:48 ຈຳນວນຢ້ຽມຊົມ 2552 ຄັ້ງ ໃນຕອນເຊົ້າວັນທີ 01 ມິຖຸນາ 2022 ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈຳປີ 2022, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງ ຄຕພ ຄົບຮອບ 40 ປີ (29/6/1983 - 29/06/2023) ທີ່ສູນກິລາຄະນະພົວພັນຕ່າງປະເທດສູນກາງພັກ, ເຂດບ້ານດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ວາລະໄຊ ເລັ່ງສະຫວັດ, ກຳມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານ ຄຕພ ຫຼາຍກວ່າ 60 ຄົນເຂົ້າຮ່ວມ.
ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ມີຕົ້ນໄມ້ປະດັບ ແລະ ຕົ້ນໄມ້ກິນໝາກຈຳນວນໜຶ່ງເຊັ່ນ: ຕົ້ນຄູນ,ຕົ້ນຝາງແດງ, ຕົ້ນໝາກມ່ວງ, ລຳໄຍ ແລະ ຕົ້ນອາໂວກາໂດ ເພື່ອເຮັດໃຫ້ພື້ນທີ່ສູນກິລາ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ມີຄວາມສວຍງາມ ແລະ ຮົ່ມເຢັນ.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46

