ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ຕ້ອນຮັບລັດຖະມົນຕີຕ່າງປະເທດອົດສະຕຣາລີ
ເຜີຍແຜ່ໂດຍ: editor ເວລາ: 14/07/2022 11:13:51 ຈຳນວນຢ້ຽມຊົມ 397 ຄັ້ງ ທ່ານ ທອງສະຫັວນ ພົມວິຫານ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ການມາຢ້ຽມຢາມ ສ ປປ ລາວ ກໍ່ຄື ການຍາດໂອກາດເຂົ້າມາພົບປະເຮັດວຽກຢູ່ ຄະນະພົວພັນຕ່າງປະເທດສູນກາງພັກ ຂອງ ຄະນະໃນຄັ້ງນີ້, ອັນໄດ້ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນດີງາມ ລະຫ່ວາງ ລາວ-ອົດສະຕຣາລີ ທີ່ພວມຢູ່ໃນບັນຍາກາດ ແຫ່ງ ການສະເຫຼີມສະຫຼອງ ວັນສ້າງສາຍພົວພັນການທູດ ຄົບຮອບ 70 ປີ.
ທ່ານ ທອງສະຫັວນ ພົມວິຫານ, ໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫ່ວາງ ລາວ-ອົດສະຕຣາລີ ໃນຕະຫຼອດໄລຍະ 70 ປີຜ່ານມາ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍເປັນກ້າວໆມາ; ພ້ອມທັງ ໄດ້ແຈ້ງໃຫ້ຊາບສະພາບພົ່ນເດັ່ນຂອງ ພັກ, ລັດລາວ ໃນການສ້າງສາ ພັດທະນາເສດຖະກິດ-ສັງຄົມຂອງ ສ ປປ ລາວ ພາຍໃຕ້ການນໍາຂອງ ພັກ ປປ ລາວ ທີ່ສາມາດຍາດໄດ້ ຜົນສໍາເລັດໃນຫຼາຍດ້ານ, ໂດຍສະເພາະ ຜົນສໍາເລັດເບື້ອງຕົ້ນ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍ ທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ຜົນສໍາເລັດໃນການ ຄວບຄຸມ-ສະກັດກັ້ນ ການແຜ່ລະບາດ ຂອງ ພະຍາດໂຄວິດ-19 ຢູ່ ສ ປປ ລາວ; ສະແດງຄວາມຂອບໃຈ ຕໍ່ ການຊ່ວຍເຫຼືອຂອງ ລັດຖະບານອົດສະຕຣາລີ ໃນດ້ານການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ ກໍ່ຄື ການຊ່ວຍເຫຼືອອຸປະກອນການແພດ ແລະ ຢາວັກແຊງຕ້ານພະຍາດໂຄວິດ-19 ໃນຜ່ານມາ ໃຫ້ແກ່ ພັກ-ລັດ ສ ປປ ລາວ ແລະ ຫັວງວ່າຝ່າຍອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສ ປປ ລາວ ໃນດ້ານຕ່າງໆຕື່ມອີກໃນຕໍ່ໜ້າ.
ທ່ານ ນາງ Marise Payne ໄດ້ສະແດງຄວາມຂອບໃຈ ຕໍ່ ການຕ້ອນຮັບອັນອົບອຸ່ນ ກໍ່ຄື ການແຈ້ງສະພາບພົ້ນເດັ່ນຂອງ ພັກ, ລັດ ລາວ ໃຫ້ຊາບ, ຊົມເຊີຍບັນດາຜົນສໍາເລັດໃນດ້ານຕ່າງໆ ທີ່ ປະຊາຊົນລາວຍາດມາໄດ້ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ກໍ່ຄືການຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສ ປປ ລາວ, ຕີລາຄາສູງ ຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫ່ວາງ ອົດສະຕຣາລີ-ລາວ ໃນຕະຫຼອດໄລຍະ 70 ປີຜ່ານມາ ກໍ່ຄື ປະຈຸບັັນ.
ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ແຈ້ງໃຫ້ແຂກຊາບ ກ່ຽວກັບທີ່ຕັ້ງ ແລະ ພາລະບົດບາດຂອງ ຄຕພ ແລະ ຍິນດີຮ່ວມກັບ ຝ່າຍອົດສະຕຣາລີ ກໍ່ຄື ສະຖານທູດ ອົດສະຕຣາລີ ປະຈໍາ ສ ປປ ລາວ ໃນການເສີມສ້າງ ສາຍພົວພັນດ້ານພັກ ກໍ່ຄື ວຽກງານການທູດປະຊາຊົນ ກັບ ອົດສະຕຣາລີ ເພື່ອປະກອບສ່ວນ ເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນ ລາວ-ອົດສະຕຣາລີ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ, ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ 2 ຊາດ ລາວ-ອົດສະຕຣາລີ ກໍ່ຄື ການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46