ຄະນະພົວພັນຕ່າງປະເທດສູນກາງພັກ ສະຫຼຸບວຽກງານກວດກາ ແລະ ຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021
ເຜີຍແຜ່ໂດຍ: admin ເວລາ: 09/05/2022 09:58:40 ຈຳນວນຢ້ຽມຊົມ 385 ຄັ້ງ ໃນຕອນເຊົ້າ ວັນທີ 27 ເມສາ 2022 ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2021 ແລະ ຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ໃຫ້ 06 ໜ່ວຍພັກ ຂື້ນກັບອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍການເປັນປະທານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະພັກ, ບັນດາຄະນະໜ່ວຍພັກ ແລະ ສະມາຊິກພັກ ຂັ້ນພະແນກ ເຂົ້າຮ່ວມທັງໝົດຈຳນວນ 50 ສະຫາຍ;
ໃນພິທີ ສະຫາຍ ສົມພອນ ສີຈະເລີນ,ຮອງເລຂາຄະນະພັກ, ຮອງຫົວໜ້າ ຄຕພ; ປະທານກວດກາຄະນະພັກ ໄດ້ໃຫ້ກຽດເຜີຍແຜ່ບົດສະຫຼຸບຜົນສຳເລັດ ຂອງກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ lV ແລະ ສະຫາຍ ນາງ ພອນດາວັນ ພິນສະຫວັນ, ຫົວໜ້າຫ້ອງການພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂື້ນຜ່ານບົດສະຫຼຸບວຽກງານກວດກາ ພັກ-ລັດ ແລະ ປະເມີນຜົນການຮັກສານາມມະຍົດໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂອງ ຄຕພ.
ໃນຕອນທ້າຍ, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະ ຈຳປີ 2021 ໃຫ້ແກ່ 06 ໜ່ວຍພັກ ພ້ອມທັງໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມໂດຍສະແດງຄວາມຊົມເຊີຍຕໍ່ຜົນສຳ ເລັດຂອງທັງ 06 ໜ່ວຍພັກ ທີ່ໄດ້ມີຄວາມພະຍາມ ແລະ ເຊີດຊູຄວາມຮັບຜິດຊອບສູງໃນການຮັກສານາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021; ເຊິ່ງເປັນຄັ້ງທີ 3 ຂອງບັນດາໜ່ວຍພັກອ້ອມຂ້າງ ອົງຄະນະພັກ ຄຕພ ໃນການຮັກສານາມມະຍົດດັ່ງກ່າວ ແລະ ເຊື່ອໝັ້ນວ່າ ບັນດາໜ່ວຍພັກດັ່ງກ່າວຈະສຶບຕໍ່ນຳພາໜ່ວຍພັກຂອງຕົນໃຫ້ຮັກສານາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນປີຕໍ່ໄປ ແລະ ໄດ້ຮຽກຮ້ອງໃຫ້ບັນດາພະນັກງານສະມາຊິກພັກທຸກສະຫາຍຈົ່ງສຶບຕໍ່ບົດບາດເປັນແບບຢ່າງນຳໜ້າພາທາງ, ມີສະຕິຕໍ່ການຈັດຕັ້ງຢືນຢູ່ແຖວໜ້າຂອງທຸກຂະບວນການ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຄັ້ງທີ II ແລະ ແຜນພັດທະນາ ຂອງຄະນະພົວພັນຕ່າງປະເທດສູນກາງພັກ (2021-2025) ໃຫ້ບັນລຸຄາດໝາຍທີ່ວາງໄວ້.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46