ສະຫະພັນກຳມະບານ ຄະນະພົວພັນຕ່າງປະເທດສູນກາງພັກ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2021
ເຜີຍແຜ່ໂດຍ: admin ເວລາ: 16/03/2022 08:33:46 ຈຳນວນຢ້ຽມຊົມ 1179 ຄັ້ງ ໃນວັນທີ 09ມີນາ 2022, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2021 ຂອງສະຫະພັນກໍາມະບານ ຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ວາລະໄຊ ເລັ່ງສະຫວັດ, ກໍາມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ຜູ້ຕາງໜ້າສູນກາງສະຫະພັນກໍາມະບານລາວ; ມີບັນດາສະຫາຍຄະນະບໍລິຫານງານສະຫະພັນ ກໍາມະບານຄະນະພົວພັຕ່າງປະເທດສູນກາງພັກ, ຜູ້ຕາງໜ້າບັນດາໜ່ວຍພັກ, ອົງການຈັດຕັ້ງຊາວໜຸ່ມ ແລະ ແມ່ຍິງ ຕະຫຼອດຮອດບັນດາສະຫາຍ ສະມາຊິກກໍາມະບານຈໍານວນໜຶ່ງເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ເກີລໍ່ ຢາງກໍ, ກໍາມະການຄະນະພັກ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານສະຫະພັນກໍາມະບານ ຄະນະພົວພັຕ່າງປະເທດສູນກາງພັກ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຂອງສະຫະພັນກໍາມະບານ ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນການເຄື່ອນໄຫວວຽກງານກໍາມະບານທີ່ພົ້ນເດັ່ນໃນໄລຍະ 1 ປີ ຜ່ານມາໂດຍສະເພາະແມ່ນວຽກງານການປະເມີນການຈັດຕັ້ງປະຕິບັດຂໍແຂ່ງຂັນເນື້ອໃນ 05 ເປັນເຈົ້າຂອງ 06 ກໍາມະບານຮາກຖານທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງສະຫະພັນກໍາມະບານ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການປະເມີນຜົນຢ່າງຖືກຕາມກົດລະບຽບລະບຽບສູນກາງສະຫະພັນກໍາມະບານລາວສະເລ່ຍໄດ້ 93,18%, ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ດີເດັ່ນດັ່ງກ່າວສະຫາຍ ນິດວິໄລ ເພັດມີໄຊ, ຮອງຫົວໜ້າກົມຂະບວນການແຂ່ງຂັນ ແລະ ຍ້ອງຍໍ, ໄດ້ຕາງໝ້າສູນກາງສະຫະພັນກໍາມະບານລາວ ມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ແກ່ສະຫະພັນກໍາມະບານ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ 06 ກໍາມະບານຮາກຖານຂອງຄະນະພົວພັນຕ່າງປະເທດສູນກາງພັກ .
ໃນຕອນທ້າຍ, ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍ່ໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ຍ້ອງຍໍ-ຊົມເຊີຍຜົນງານທີ່ດີເດັ່ນຂອງ ສະຫະພັນກໍາມະບານ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ສຸມສະຕິປັນຍາ, ເຫື່ອແຮງ ຊີ້ນຳ - ນຳພາການເຄື່ອນໄຫວວຽກງານ ຂອງສະຫະພັນກໍາມະບານ ມີຜົນສຳເລັດຫຼາຍດ້ານໂດຍສະເພາະການເຄື່ອນໄຫວວຽກງານການມະບານ ແລະ ວິຊາສະເພາະ ຊຶ່ງໄດ້ເປັນການປະກອບສ່ວນອັນສໍາຄັນຊ່ວຍຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ໃນການເຕົ້າໂຮມຄວາມສາມັກຄີ, ປຸກລະດົມ ແລະສຶກສາອົບຮົມສະມາຊິກກຳມະບານເຂົ້າຮ່ວນຂະບວນການຕ່າງໆເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານກໍ່ຄືພະນັກງານ - ລັດຖະກອນທີ່ສັງກັດຢູ່ຄະນະພົວພັນຕ່າງປະເທດສູນກາງພັກຕະຫຼອດໄລຍະຜ່ານມາ.ນອກຈາກນີ້, ສະຫາຍ ກໍ່ໄດ້ເນັ້ນໃຫ້ບັນດາ ສະຫາຍ ສະມາຊິກໃນ ສະຫະພັນກໍາມະບານ ຄະນະພົວພັນຕ່າງປະເທດສູນກາງພັກ ໃຫ້ສືບຕໍ່ຮັກສາຜົນງານທີ່ດີເດັ່ນທີ່ຜ່ານມາ ແລະ ໃຫ້ສືບຕໍ່ນຳພາ-ຊີ້ນຳວຽກງານກໍາມະບານຂອງຕົນ ໃຫ້ໄດ້ຮັບການພັດທະນາ ແລະ ມີບາດກ້າວອັນໃໝ່. (ຈົບ).
20/03/2025 14:22:34
20/03/2025 09:33:59
12/03/2025 11:32:52
06/03/2025 14:43:44
04/03/2025 14:25:43
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
16/03/2022 08:33:46
02/02/2023 10:46:44