ພິທີປາຖະກະຖາ ວັນຄ້າຍວັນເກີດ ປະທານ ກິມ ອິນ ຊຸງ ຄົບຮອບ 113 ປີ
ເຜີຍແຜ່ໂດຍ: moderator ເວລາ: 23/04/2025 13:17:35 ຈຳນວນຢ້ຽມຊົມ 107 ຄັ້ງ ໃນວັນທີ 21 ເມສາ 2025, ຄະນະຫ້ອງວ່າການປົກຄອງແຂວງຫົວພັນ ແລະ ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ລະນຶກວັນຄ້າຍວັນເກີດ ສະຫາຍ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່ຂອງ ປະຊາຊົນ ສປປ ເກົາຫຼີ ຄົບຮອບ 113 ປີ ( 15/4/1912-15/4/2025) ທີ່ແຂວງຫົວພັນ ໃນພິທີດັ່ງກ່າວ ຍັງມີການວາງສະແດງຮູບພາບ, ສາຍວີດີໂອ ກ່ຽວກັບຊີວິດການເຄື່ອນໄຫວປະຕິວັດ ແລະ ຜົນງານໃນການນໍາພາ ຂອງສະຫາຍ ກິມ ອິນ ຊຸງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ສປປ ເກົາຫຼີ ໃນໄລຍະຜ່ານມາ. ໃຫ້ກຽດເຂົ້າໃນພິທີດັ່ງກ່າວມີ ສະຫາຍ ປອ. ອາດສະພັງທອງ ສີພັນດອນ, ກໍາມະການສູນກາງພັກ, ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ປະທານສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ; ສະຫາຍ ພຸດພັນ ແກ້ວວົງໄຊ, ຮອງປະທານກຳມະທິການປົກຄອງແຂວງຫົວພັນ; ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ແລະ ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ 900 ກວ່າສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ລີ ຢົງ ຊົນ, ໄດ້ຂຶ້ນປາຖະກະຖາ, ໂດຍໄດ້ຫວນຄືນເຖິງການອຸທິດຊີວິດເຂົ້າໃນການເຄື່ອນໄຫວປະຕິວັດ ແລະ ແບບແຜນການນໍາພາ ຂອງ ສະຫາຍ ກິມ ອິນ ຊຸງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍຄືການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນແຕ່ລະໄລຍະ, ອັນພົ້ນເດັ່ນແມ່ນໄດ້ສ້າງແນວຄິດຈຸເຊ (Juche Idea) ແລະ ແບບແຜນການນຳພາການຕໍ່ສູ້ປະຕິວັດຕໍ່ຕ້ານຈັກກະພັດຕ່າງດ້າວເປັນເວລາສອງທົດສະວັດ ເພື່ອປົດປ່ອຍປະເທດຊາດໃນປີ 1945 ແລະ ຫຼັງຈາກນັ້ນ, ກໍໄດ້ນໍາພາສ້າງຕັ້ງພັກແຮງງານເກົາຫຼີ.
ສະຫາຍ ກິມ ອິນ ຊຸງ, ແມ່ນຜູ້ນໍາລຸ່ນທໍາອິດໃນການສ້າງແນວຄິດ ແລະ ແບບແຜນການນໍາພາການຕໍ່ສູ້ການສ້າງສາພັດທະນາປະເທດຊາດ ແລະ ສືບທອດມາຍັງ ສະຫາຍ ກິມ ເຈິງ ອິນ ໄດ້ສືບຕໍ່ແນວຄິດ ແລະ ແບບແຜນການນໍາພາ ຈົນມາຮອດ ໄລຍະປັດຈຸບັນທີ່ສະຫາຍ ກິມ ເຈິງ ອຸນ ພວມສືບຕໍ່ພາລະກິດດັ່ງກ່າວ, ຈຶ່ງເຮັດໃຫ້ ສປປ ເກົາຫຼີ ມີການພັດທະນາຢ່າງຕໍ່ເນື່ອງ, ການເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດ - ປ້ອງການຄວາມສະຫງົບມີຄວາມເຂັ້ມແຂງ ແລະ ທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນເລື້ອຍໆ, ການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງເທື່ອລະກ້າວ, ເຮັດໃຫ້ບົດບາດການນໍາພາ ຂອງພັກ, ລັດ ສປປ ເກົາຫຼີ ນັບມື້ນັບສູງເດັ່ນຂຶ້ນ.
ສະຫາຍເອກອັກຄະລັດຖະທູດ ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການສ້າງຕັ້ງໂດຍ ສະຫາຍ ໄກສອນ ພົມວິຫານ, ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວ ແລະ ສະຫາຍ ກິມ ອິນ ຊຸງ, ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫຼີ ແລະ ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ໂດຍການນໍາແຕ່ລະຮຸ່ນ ຂອງສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ການນໍາຂອງສອງປະເທດໄດ້ມີການໄປມາຫາສູ່, ພົບປະແລກປ່ຽນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ ກໍ່ຄືເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ຂອງ ແຕ່ລະປະເທດ.
ໃນພິທີດັ່ງກ່າວ, ສະຫາຍ ປອ. ອາດສະພັງທອງ ສີພັນດອນ, ຕາງໜ້າໃຫ້ ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ມອບເງິນໃຫ້ແກ່ແຂວງຫົວພັນ ລວມຈໍານວນມູນຄ່າທັງໝົດ 400 ລ້ານກີບ ແລະ ຕາງໜ້າຮັບໂດຍ ສະຫາຍ ພຸດພັນ ແກ້ວວົງໄຊ, ຮອງປະທານກຳມະທິການປົກຄອງແຂວງຫົວພັນ.
ນອກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ແລະ ຮັບຊົມ ການສະແດງສິລະປະ ຂອງ ລາວ ແລະ ສປປ ເກົາຫຼີ ເຮັດໃຫ້ພິທີມີເນື້ອໃນ ແລະ ບັນຍາກາດມ່ວນຊື່ນ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46