ພັກປະຊາຊົນປະຕິວັດລາວ ເສີມຂະຫຍາຍ ການພົວພັນຮ່ວມມື ກັບພັກເສລີປະຊາທິປະໄຕອຸດສະເບກິດສະຖານ
ເຜີຍແຜ່ໂດຍ: moderator ເວລາ: 10/11/2026 18:23:33 ຈຳນວນຢ້ຽມຊົມ 74 ຄັ້ງ ໃນວັນທີ 5 ພະຈິກ 2026, ສະຫາຍ ວາລະໄຊ ເລັ່ງສະຫວັດ, ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ອັກຕາມ ຄາອິຕອຟ (Aktam Khaitov), ປະທານຄະນະກໍາມະການບໍລິຫານສະພາການເມືອງພັກເສລີປະຊາທິປະໄຕອຸດສະເບກິດສະຖານ (O'zLiDeP) ໃນໂອກາດທີ່ສອງຝ່າຍເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ທີ່ນະຄອນຫຼວງເຊອຸນ, ສ.ເກົາຫຼີ.
ການພົບປະ ສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ລາວ-ອຸດສະເບກິດສະຖານ ອັນເປັນມູນເຊື້ອ ມາແຕ່ສະໄໝອະດີດສະຫະພາບໂຊວຽດ ແລະ ປືກສາຫາລືທິດທາງການເສີມຂະຫຍາຍສາຍພົວພັນ ໃນຕໍ່ໜ້າ, ພ້ອມນີ້ ສອງຝ່າຍ ໄດ້ເນັ້ນໜັກທິດທາງ ແລະ ການສ້າງກົົນໄກການພົວພັນທີ່ສຳຄັນຕິດຕໍ່ພົວພັນກັນ ເປັນຕົ້ນ: ການແລກປ່ຽນຄະນະ ລະຫວ່າງ ສອງພັກ ຢ່າງເປັນປົກກະຕິ, ການຮ່ວມມືດ້ານຂົງເຂດວຽກງານສະພາ, ການຊຸກຍູ້ການຮ່ວມມືຢ່າງຕັ້ງໜ້າຂອງອົງການຈັດຕັ້ງມະຫາຊົນ (ໂດຍສະເພາະ ຊາວໜຸ່ມ ແລະ ແມ່ຍິງ) ເພື່ອຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ພ້ອມທັງເປັນຂົວຕໍ່ໃນການເຊື່ອມໂຍງເສດຖະກິດ ແລະ ສັງຄົມຂອງສອງປະເທດ ໃຫ້ເປັນຮູບປະທຳ.
ໃນຕອນທ້າຍ, ສອງຝ່າຍໄດ້ພ້ອມກັນ ຢືນຢັນເຖິງເຈດຈຳນົງ ໃນການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນ, ເຊິ່ງການພົບປະຄັ້ງນີ້ ຖືເປັນບາດກ້າວຍຸດທະສາດອັນສຳຄັນ ໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນຮ່ວມມືດ້ານພັກ ກໍຄືການຊຸກຍູ້ການພົວພັນ ສອງຊາດ ລາວ-ອຸດສະເບກິດສະຖານ ໃນຕໍ່ໜ້າ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ.
10/11/2026 18:23:33
06/11/2026 15:18:02
06/11/2026 15:10:02
03/11/2026 15:25:27
03/11/2026 15:10:36
31/10/2026 22:36:45
10/04/2025 15:37:41
23/04/2025 13:17:35
10/04/2025 15:18:32
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18



