ພັກປະຊາຊົນປະຕິວັດລາວ ເຂົ້າເປັນສະມາຊິກຄະນະປະຈໍາ ຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ ທີ່ນະຄອນຫຼວງເຊອູນ, ສາທາລະນະລັດ ເກົາຫຼີ.
ເຜີຍແຜ່ໂດຍ: moderator ເວລາ: 06/11/2026 15:10:02 ຈຳນວນຢ້ຽມຊົມ 78 ຄັ້ງ ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ 2026 ທີ່ນະຄອນຫຼວງເຊອູນ, ສ. ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ. ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກ ທີ່ມາຈາກ 36 ປະເທດ ເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນ ສັງເກດການ.
ໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນ ໄດ້ລົງເລິກແລກປ່ຽນບົດຮຽນ ກ່ຽວກັບ ຫົວຂໍ້ຕ່າງໆ ເປັນຕົ້ນແມ່ນ ການຟື້ນຟູສັນຕິພາບ ແລະ ສະຖຽນລະພາບ ແບບຍືນຍົງ, ການເສີມຂະຫຍາຍປະຊາທິປະໄຕ ແລະ ການປົກຄອງ, ການພັດທະນາປັນຍາປະດິດ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ການປ່ຽນແປງດິນຟ້າອາກາດ; ຍົກໃຫ້ເຫັນເຖິງບັນຫາຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນ ຂອງປະຊາຊົນ ທີ່ມີຕໍ່ການນໍາພາຂອງບັນດາການເມືອງ ໃນຂະນະທີ່ໂລກກໍາລັງປະເຊີນໜ້າກັບບັນຫາທ້າທ້າຍທາງດ້ານພູມສາດການເມືອງ, ຄວາມບໍ່ແນ່ນອນທາງ ດ້ານເສດຖະກິດ, ຄວາມແຕກແຍກທາງການເມືອງ ທີ່ເພີ່ມຂຶ້ນ ແລະ ຄວາມຕ້ອງການພັດທະນາທາງດ້ານເຕັກໂນໂລຊີ ທີ່ວ່ອງໄວ ເພື່ອຊຸກຍູ້ການເສີມຂະຫຍາຍການຮ່ວມມື ໃນພາກພື້ນ ແລະ ໃນໂລກ ເພື່ອຮ່ວມກັນຮັບມືກັບສິ່ງທ້າທ້າຍທີ່ມາພ້ອມການຫັນປ່ຽນດັ່ງກ່າວ.
ໃນໂອກາດກອງປະຊຸມໃຫຍ່ດັ່ງກ່າວ, ພັກ ປປ ລາວ ໄດ້ຖືກຮັບຮອງເຂົ້າເປັນສະມາຊິກຄະນະປະຈໍາໄອແຄັບ ພາຍຫຼັງທີ່ພັກ ປປ ລາວ ໄດ້ສະແດງເຈດຈໍານົງໃນປີ 2025. ອົງການ ICAPP ເປັນອົງການພົວພັນຫຼາຍຝ່າຍດ້ານພັກ ສ້າງຕັ້ງໃນປີ 2000 ເພື່ອເຕົ້າໂຮມກໍາລັງແຮງຂອງບັນດາພັກການເມືອງ ໃນການຮັກສາການກໍາອໍານາດ, ຂະຫຍາຍບົດບາດ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກ, ເຊິ່ງກວມເອົາບັນດາພັກການເມືອງ ທີ່ມີອຸດົມການຫຼາກຫຼາຍກວ່າ 350 ພັກການເມືອງ ແລະ ມີຄະນະປະຈໍາ ຈໍານວນ 25 ປະເທດ. ການເຂົ້າເປັນສະມາຊິກດັ່ງກ່າວ ເປັນການຍົກສູງບົດບາດຂອງພັກ ປປ ລາວ ໃນເວທີສາກົນ ກໍຄື ການປະຕິບັດໜ້າທີ່ມີສ່ວນຮ່ວມໃນການກໍານົດນະໂຍບາຍ, ວິໄສທັດ ແລະ ແຜນການເຄື່ອນໄຫວຂອງອົງການ.
ພ້ອມນັ້ນ, ຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄຳເຫັນໃນ 2 ກອງປະຊຸມ ໂດຍໄດ້ສະແດງຄວາມຂອບໃຈ ມາຍັງ ບັນດາພັກການເມືອງ ທີ່ໃຫ້ການສະໜັບສະໜູນພັກ ປປ ລາວ ໃນການເຂົ້າເປັນສະມາຊິກຄະນະປະຈໍາດັ່ງກ່າວ; ຢືນຢັນຄວາມໝາຍໝັ້ນໃນການສຸມທຸກຄວາມພະຍາຍາມເຂົ້າໃນການປະຕິບັດໜ້າທີ່ຄະນະປະຈໍາ; ຍົກໃຫ້ເຫັນວ່າ ສັນຕິພາບ ແລະ ສະຖຽນລະພາບ ບໍ່ແມ່ນພຽງພື້ນຖານອັນຈໍາເປັນໃຫ້ແກ່ການພັດທະນາຂອງທຸກປະເທດເທົ່ານັ້ນ ແຕ່ຍັງເປັນພື້ນຖານສຳຄັນຂອງຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ຄວາມກ້າວໜ້າຂອງໂລກ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ເປັນເອກະພາບຮັບຮອງເອົາຖະແຫຼງການເຊອູນ ເຊິ່ງມີເນື້ອໃນຍົກໃຫ້ເຫັນເຖິງຄວາມສໍາຄັນໃນການເພີ່ມທະວີຄວາມສາມັກຄີ, ການຮ່ວມມື ລະຫວ່າງ ບັນດາພັກການເມືອງໃນອາຊີ ແລະ ໃນໂລກ; ສຸມຄວາມພະຍາຍາມຮ່ວມກັນ ໃນການຮັບມືກັບບັນດາສິ່ງທ້າທ້າຍ ຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາ.
06/11/2026 15:18:02
06/11/2026 15:10:02
03/11/2026 15:25:27
03/11/2026 15:10:36
31/10/2026 22:36:45
10/04/2025 15:37:41
23/04/2025 13:17:35
10/04/2025 15:18:32
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18



