ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ເອກອັກຄະລັດຖະທູດອົດສະຕຣາລີ.
ເຜີຍແຜ່ໂດຍ: moderator ເວລາ: 03/11/2026 15:10:36 ຈຳນວນຢ້ຽມຊົມ 131 ຄັ້ງ ໃນວັນທີ 02 ພະຈິກ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ Megan Jones, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ.
ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ ທ່ານເອກອັກຄະລັດຖະທູດອົດສະຕຣາລີ ທີ່ໄດ້ສຳເລັດການມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ດ້ວຍຜົນສໍາເລັດຢ່າງຈົບງາມ ໂດຍສະເພາະການເປັນຂົວຕໍ່ເຊື່ອມມິດຕະພາບ ລາວ-ອົດສະຕຣາລີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວ, ລວມທັງການຊຸກຍູ້ລັດຖະບານອົດສະຕຣາລີ ໃຫ້ການຊ່ວຍເຫຼືອ ສປປ ລາວ ດ້ານການສ້າງຊັບພະຍາກອນມະນຸດ, ສາທາລະນະສຸກ, ກໍ່ສ້າງພື້ນຖານໂຄງລ່າງ, ການຄ້າ, ການທ່ອງທ່ຽວ ແລະ ອື່ນໆ; ເຊື່ອໝັ້ນວ່າ ພາຍຫຼັງກັບຄືນປະເທດ ທ່ານເອກອັກຄະລັດຖະທູດ ຍັງຈະສືບຕໍ່ ສະໜັບສະໜູນ ສປປ ລາວ ເພື່ອປະກອບ ສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ອົດສະຕຣາລີ ໃຫ້ນັບມື້ຂະຫຍາຍຕົວ ແລະ ມີໝາກຜົນຍິ່ງໆຂຶ້ນ, ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນ ສອງຊາດ ລາວ-ອົດສະຕຣາລີ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ເປັນຢ່າງສູງຕໍ່ ທ່ານຫົວໜ້າ ຄຕພ ທີ່ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ ແລະ ໄດ້ໃຫ້ການສະໜັບສະໜູນຕະຫຼອດໄລຍະການມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າພາຍຫຼັງກັບຄືນປະເທດແລ້ວ ຍັງຈະສືບຕໍ່ເອົາໃຈໃສ່ຕິດຕາມ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ອົດສະຕຣາລີ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ສອງຝ່າຍໄດ້ເອກະພາບກັນ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອົດສະຕາລີ ໃນໄລຍະຜ່ານມາ ແລະ ຍິນດີສືບຕໍ່ປະສານສົມທົບກັນ ໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍ່ຄືຊຸກຍູ້ການພົວພັນຮ່ວມມື ໃນສາຍພັກ ແລະ ການທູດປະຊາຊົນ ໃນຕໍ່ໜ້າ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນ ລະຫວ່າງ ສອງປະເທດ ລາວ-ອົດສະຕຣາລີ
ໃນຕອນທ້າຍ ທ່ານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ໃໝ່ຂອງຕົນ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ.
06/11/2026 15:18:02
06/11/2026 15:10:02
03/11/2026 15:25:27
03/11/2026 15:10:36
31/10/2026 22:36:45
10/04/2025 15:37:41
23/04/2025 13:17:35
10/04/2025 15:18:32
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18



