ຄະນະຜູ້ແທນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ ເຂົ້າຢ້ຽມຂໍ່ານັບ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 23/10/2026 14:53:26 ຈຳນວນຢ້ຽມຊົມ 44 ຄັ້ງ ວັນທີ 21 ຕຸລາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ວາລະໄຊ ເລັ່ງສະຫວັດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຄະນະຜູ້ແທນ ຄະນະພັກກອມມູນິດຈີນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ນຳໂດຍ ສະຫາຍ ຫຼິວ ຈ້ຽນ, ຮອງຫົວໜ້າສະຖາບັນກໍ່ສ້າງພະນັກງານ ນະຄອນປາຍເຊີ້ ພ້ອມດ້ວຍຄະນະ ທັງໝົດ 4 ສະຫາຍ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ປາຖະກະຖາ ຢູ່ ສປປ ລາວ ແຕ່ວັນທີ 19-23 ຕຸລາ 2026.
ໃນໂອກາດດັ່ງກ່າວ ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ສະແດງຄວາມຄວາມຍີນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາຢ້ຽມຢາມ-ປາຖະກະຖາຫົວຂໍ້ສະເພາະ ຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້, ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ກໍຄື ສປປ ລາວ ກັບ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໃນໄລຍະຜ່ານມາ ແລະ ປະຈຸບັນ ທີ່ໄດ້ປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ທັງເປັນການຈັດຕັ້ງຜັນຂະຫຍາຍ ແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ 2026-2030 ແລະ ຄໍາເຫັນຊີ້ນໍາທີ່ການນໍາຂັ້ນສູງ ຂອງສອງພັກ, ສອງລັດ ລາວ-ຈີນ ໄດ້ຕົກລົງເປັນເອກະພາບກັນ ໃຫ້ປະກົດຜົນເປັນຈິງ; ໄດ້ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ຮ່ວມມືກັບ ຄະນະພັກກອມມູນິດຈີນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຈັດຕັ້ງປະຕິບັດ ແຜນການຮ່ວມມືສອງຝ່າຍ ໃຫ້ມີປະສິດທິຜົນສູງ, ຍິນດີຊູກຍູ້ການພົວພັນຮ່ວມມື ລະຫວ່າງ ແຂວງກວາງຊີ ກັບ ສູນກາງ ແລະ ທ້ອງຖິ່ນຂອງລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນ ລາວ-ຈີນ ກໍຄື ການຊຸກຍູ້ຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ເກີດດອກອອກຜົນໃນລະດັບສູງກວ່າເກົ່າ.
ສະຫາຍ ຫຼິວ ຈ້ຽນ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ວາລະໄຊ ເລັ່ງສະຫວັດ ທີ່ໃຫ້ກຽດຕ້ອນຮັບຄະນະ ຢ່າງອົບອຸ່ນ, ໄດ້ລາຍງານໃຫ້ຊາບຜົນການຢ້ຽມຢາມ-ປາຖະກະຖາ ຢູ່ ນະຄອນຫຼວງວຽງຈັນ, ລວມທັງຜົນການພົບປະ-ປຶກສາຫາລືກັບພາກສ່ວນກ່ຽວຂ້ອງຂອງລາວ ກ່ຽວກັບການຈັດຊຸດຝຶກອົບຮົມ ພະນັກງານນຳພາ-ຄຸ້ມຄອງລາວ ຢູ່ເຂດກວາງຊີ ໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າ; ຕີລາຄາສູງ ການພົວພັນຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນ ການພົວພັນຮ່ວມມື ລະຫວ່າງ ເຂດກວາງຊີ ກັບ ສປປ ລາວ, ກໍຄື ການປະສານສົມທົບ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ພາກສ່ວນກ່ຽວຂ້ອງຂອງລາວ ກັບ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ກໍຄື ແຜນການຮ່ວມມື ສອງພັກ ແລະ ແຜນການຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ກັບ ຄະນະພັກ ເຂດກວາງຊີ, ສປ ຈີນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18



