ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 81 ປີ (10/10/1945-10/10/2026)
ເຜີຍແຜ່ໂດຍ: moderator ເວລາ: 02/10/2026 16:00:44 ຈຳນວນຢ້ຽມຊົມ 21 ຄັ້ງ
ໃນຕອນເຊົ້າວັນທີ 02 ຕຸລາ 2026, ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 81 ປີ (10/10/1945-10/10/2026) ທີ່ນະຄອນຫຼວງວຽງຈັນ.
ໃນພິທີຄັ້ງນີ້ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ນາງ ປານີ ກິນດາວົງ ຄະນະພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ, ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງປະທານກຳມາທີການວັດທະນະທຳສັງຄົມ ແລະ ບັນດາເຜົ່າ, ຮອງປະທານ ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຄະນະນໍາ, ຄະນະກົມ, ພະແນກ ແລະ ວິຊາການຈາກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍພະນັກງານຈາກສະຖານເອກອັກຄະລັກຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມປະມານ 350 ສະຫາຍ.
ໃນໂອກາດດັ່ງກ່າວ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຂຶ້ນກ່າວປາຖະກະຖາເຖິງຜົນງານ ແລະ ມູນເຊື້ອແຫ່ງການກໍ່ສ້າງພັກແຮງງານເກົາຫຼີ ອັນມີ ສະຫາຍ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່, ປະທານປະເທດຕະຫຼອດການ ແຫ່ງ ສປປ ເກົາຫຼີ ແລະ ຜູ້ນຳພາແສງສະຫວ່າງແນວຄິດຈຸດເຊ່ ເປັນແກນນໍາໃນພາລະກິດປະຕິວັດຂອງພັກ, ກໍາລັງປະກອບອາວຸດ ແລະ ໄດ້ນໍາພາປະຊາຊົນ ສປປ ເກົາຫຼີ ເຂົ້າໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ແລະ ສະຫາຍ ກິມ ເຈີງ ອິນ, ຜູ້ນໍາທີ່ຍິ່ງໃຫຍ່, ເລຂາທິການໃຫຍ່ພັກແຮງງານເກົາຫຼີຕະຫຼອດການ, ປະທານ ຄະນະກໍາມາທິການປ້ອງກັນຊາດ ແຫ່ງ ສປປ ເກົາຫຼີ ຕະຫຼອດການ ເປັນຜູ້ສືບຕໍ່ນໍາພາລະກິດດັ່ງກ່າວ, ໃນປະຈຸບັນພາຍໃຕ້ການນໍາພາຂອງ ສະຫາຍ ກິມ ເຈີງ ອຸນ, ຜູ້ນໍາທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດ ແຫ່ງ ສປປ ເກົາຫຼີ ອັນໄດ້ເຮັດໃຫ້ ສປປ ເກົາຫຼີ ມີການພັດທະນາຮອດດ້ານ, ການເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບການຕົວຈິງ ໃນການພັດທະນາກໍ່ຄືຜົນສໍາເລັດອັນໃຫຍ່ຫຼວງທີ່ປະຊາຊົນ ສປປ ເກົາຫຼີ ຍາດມາໄດ້. ພ້ອມດຽວກັນນີ້ ສະຫາຍ ເອກອັກຄະລັດຖະທູດ ກໍຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ໃນໄລຍະຜ່ານມາ.
ໃນພິທີດັ່ງກ່າວ ຍັງມີການສະແດງສິລະປະຂອງ ລາວ ແລະ ສປປ ເກົາຫຼີ ທີ່ເປັນການສ້າງກິດຈະກຳຮ່ວມກັນ ທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 81 ປີ, ເຊິ່ງໄດ້ເຮັດໃຫ້ບັນຍາກາດໃນພິທີດັ່ງກ່າວມີຄວາມໝາຍ ແລະ ຄວາມສໍາຄັນຕໍ່ການພົວພັນຂອງສອງປະເທດ.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46
