ສະຫາຍ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມັງ ເກືອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ.
ເຜີຍແຜ່ໂດຍ: moderator ເວລາ: 28/09/2026 16:39:19 ຈຳນວນຢ້ຽມຊົມ 30 ຄັ້ງ ຕອນເຊົ້າຂອງວັນທີ 28 ກັນຍາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 27-28 ກັນຍາ 2026.
ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ກົນໄກການຮ່ວມມື ລະຫວ່າງ ຄະນະພັວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ກັບ ຄະນະພັກ ກະຊວງການຕ່າງປະເທດຫວຽດນາມ ທີ່ຮ່ວມກັນເປັນເສນາທິການ ແລະ ເປັນເຈົ້າການໃນກະກຽມໃຫ້ແກ່ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສອງປະເທດ ໃນໄລຍະຜ່ານມາ, ພ້ອມທັງ ສະເໜີໃຫ້ ສອງຝ່າຍ ສືບຕໍ່ປະສານສົມທົບ ໃນການເປັນເສນາທິການໃຫ້ ສອງສູນກາງພັກ ລາວ-ຫວຽດນາມ ໃນການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຂໍ້ຕົກລົງ ການນຳຂັ້ນສູງຂອງສອງພັກ, ບັນດາສັນຍາ, ຖະແຫຼງການຮ່ວມ, ຂໍ້ຕົກລົງ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ກໍຄື ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງ ສອງພັກ, ສອງລັດ ໃນຕໍ່ໜ້າ, ເຊິ່ງທັງໝົດລ້ວນແຕ່ເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ລະຫວ່າງ ຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຄະນະພັກ ກະຊວງການຕ່າງປະເທດຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ສະຫາຍ ຫງວຽນ ແມັງ ເກືອງ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບ ຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້ ແລະ ນຳເອົາບັນດາເນື້ອໃນຈິດໃຈຂອງການນໍາຂັ້ນສູງ ພັກ, ລັດ ສສ ຫວຽດນາມ ກໍຄື ເນື້ອໃນຂອງກະກຽມໃຫ້ແກ່ ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງຂອງ ສອງພັກ, ສອງລັດ ໃນຕໍ່ໜ້າ, ພິເສດແມ່ນ ສອງຝ່າຍ ຈະໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍ່ຄື ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 50 ປີ ໃນປີ 2027.
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
08/09/2026 12:42:37
03/09/2026 14:10:36
28/08/2026 17:29:08
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46


