ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ມາຢ້ຽມຢາມ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 22/09/2026 12:08:43 ຈຳນວນຢ້ຽມຊົມ 50 ຄັ້ງ ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພັກປະຊາຊົນປະຕິວັດລາວ, ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ນຳໂດຍ ສະຫາຍ ເຊຣ໌ເກ ອາເລັກຊັນໂດຼວິຈ໌ ຊືຣັນກົບ, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-25 ກັນຍາ 2026.
ວັນທີ 22 ກັນຍາ 2026, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ເຊຣ໌ເກ ອາເລັກຊັນໂດຼວິຈ໌ ຊືຣັນກົບ, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດເບລາຣຸດຊີ. ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ການຢ້ຽມຢາມ ລາວ ຄັ້ງທໍາອິດຂອງຄະນະຜູ້ແທນ, ຕີລາຄາສູງຕໍ່ການຢ້ຽມຢາມ ເຊິ່ງຖືເປັນການປະກອບສ່ວນສໍາຄັນໃນການຮັດແໜ້ນສາຍພົວພັນ ລະຫວ່າງ ສອງພັກ, ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດເບລາຣຸດຊີ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ທີ່ ພັກກອມມູນິດເບລາຣຸດຊີ ຍາດມາໄດ້ໃນໄລຍະຜ່ານມາ. ໃນໂອກາດດັ່ງກ່າວ, ສະຫາຍ ເຊຣ໌ເກ ອາເລັກຊັນໂດຼວິຈ໌ ຊືຣັນກົບ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງການນໍາພາປະເທດ ຂອງ ພັກປະຊາຊົນປະຕິວັດລາວ ໂດຍມີສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ເປັນຜູ້ນໍາໜ້າທີ່ສໍາຄັນໃນການສ້າງສາພັດທະນາປະເທດຊາດ, ສະຫາຍ ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບການເຄື່ອນໄຫວອັນພົ້ນເດັ່ນ ຂອງ ພັກກອມມູນິດເບລາຣຸດຊີ.
ໃນວັນດຽວກັນ, ກໍໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ງສູງ ພັກກອມມູນິດເບລາຣຸດຊີ ນໍາໂດຍ ສະຫາຍ ເຊຣ໌ເກ ອາເລັກຊັນໂດຼວິຈ໌ ຊືຣັນກົບ ແລະ ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ພົອ. ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ໃນໄລຍະຜ່ານມາ, ແຈ້ງສະພາບການພົ້ນເດັ່ນ ຂອງແຕ່ລະປະເທດ, ການເຄື່ອນໄຫວອັນພົ້ນເດັ່ນ ຂອງແຕ່ລະພັກໃຫ້ກັນຊາບ, ປຶກສາຫາລືສະພາບການສາກົນທີ່ສອງຝ່າຍໃຫ້ຄວາມສົນໃຈ ແລະ ຢືນຢັນ ຈະສືບຕໍ່ການພົວພັນຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວໃນພາກພື້ນ ແລະ ສາກົນ ໃນຕໍ່ໜ້າ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ເພື່ອຊອກຫາຊ່ອງທາງຮ່ວມກັນຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມື ລະຫວ່າງສອງພັກ ໃຫ້ກ້າວຂຶ້ນສູ່ລວງເລິກ ແລະ ມີໝາກມີຜົນ ກໍຄື ບັນລຸການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນ ໃນກາງປີ 2026.
ໃນໂອກາດການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນເທື່ອນີ້, ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ຍັງໄດ້ຢ້ຽມຊົມສະຖານທີ່ສໍາຄັນທາງປະຫວັດສາດ ແລະ ວັດທະນະທໍາ ຈໍານວນໜຶ່ງ ໃນນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ.
22/09/2026 12:08:43
10/09/2026 08:28:02
08/09/2026 12:42:37
03/09/2026 14:10:36
28/08/2026 17:29:08
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
29/07/2022 15:17:46
16/07/2025 16:30:18
15/10/2025 13:46:29



