ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສ. ກູບາ
ເຜີຍແຜ່ໂດຍ: moderator ເວລາ: 14/08/2026 09:27:49 ຈຳນວນຢ້ຽມຊົມ 94 ຄັ້ງ ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກຳມະກອນ ຄັ້ງທີ 24 (The 24th International Meeting of Communist and Workers’ Parties) ແລະ ກອງປະຊຸມສຳມະນາສາກົນ ຄັ້ງທີ I “ຟີແດນ: ມູນເຊື້ອ ແລະ ອະນາຄົດ” (The 1st International Colloquium “Fidel: Legacy and Future”) ແຕ່ວັນທີ 07-12 ສິງຫາ 2026 ທີ່ ນະຄອນຫຼວງລາຮາວານ, ສ. ກູບາ ໂດຍມີບັນດາພັກການເມືອງໃນທົ່ວໂລກ ເຂົ້າຮ່ວມຫຼາຍກວ່າ 48 ພັກການເມືອງ.
ສອງກອງປະຊຸມດັ່ງກ່າວ ຈັດຂຶ້ນທ່າມກາງບັນຍາກາດທີ່ມີຄວາມໝາຍ, ຄວາມສຳຄັນ ກໍຄືການສະເຫຼີມສະຫຼອງວັນເກີດ ສະຫາຍ ຟີແດນ ກາສໂຕຣ ຣຸສ ຄົບຮອບ 100 ປີ, ຊຶ່ງ ສະຫາຍ ຟີແດນ ແມ່ນເປັນນັກປະຕິວັດ, ຜູ້ນຳທີ່ຍິ່ງໃຫຍ່ຂອງກູບາ ໄດ້ນຳພາປະຊາຊົນກູບາ ເຮັດການປະຕິວັດຍາດໄດ້ໄຊຊະນະ ໃນປີ 1959 ແລະ ນຳພາປະເທດຊາດ ໄປຕາມແນວທາງສັງຄົມນິຍົມ ນັບແຕ່ນັ້ນມາ. ໃນກອງປະຊຸມສຳມະນາສາກົນ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ພັກກອມມູນິດກູບາ ທີ່ໄດ້ຈັດກອງປະຊຸມທີ່ມີຄວາມໝາຍ, ຄວາມສຳຄັນໃນຄັ້ງນີ້ ເຖິງວ່າສະພາບພາຍໃນມີຄວາມຫຍຸ້ງຍາກຫຼາຍດ້ານ, ພ້ອມທັງປະກອບຄຳເຫັນ ໂດຍສະແດງຄວາມເຫັນອົກເຫັນໃຈຕໍ່ກູບາ ພາຍໃຕ້ສະພາບການທີ່ຫຍຸ້ງຍາກ ແລະ ສະແດງຄວາມຊົມເຊີຍຕໍ່ປະຊາຊົນກູບາໃນການເດັດດ່ຽວຍຶດໝັ້ນເສັ້ນທາງການພັດທະນາຂອງຕົນ ທັງສະແດງຄວາມເຊື່ອໝັ້ນວ່າມູນເຊື້ອການຕໍ່ສູ້ອັນບໍ່ຍອມຈຳນົນ ບວກກັບການສະໜັບສະໜູນ, ຄວາມສາມັກຄີຂອງບັນດາພັກກອມມູນິດ, ກຳມະກອນ ແລະ ປະຊາຊາດທີ່ຮັກຫອມສັນຕິພາບ ພັກ-ລັດຖະບານ ແລະ ປະຊາຊົນກູບາ ຈະສາມາດຜ່ານຜ່າທຸກອຸປະສັກ ແລະ ສິ່ງທ້າທາຍຕ່າງໆໃນການປົກປ້ອງ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດ, ຍາດເອົາຜົນສຳເລັດໃໝ່ໃນການສ້າງສາພັດທະນາປະເທດຊາດ.
ກອງປະຊຸມສາກົນ ຂອງບັນດາພັກກອມມູນິດ ແລະ ກຳມະກອນ ຄັ້ງທີ 24, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຕີລາຄາຕໍ່ສະພາບການຂອງພາກພື້ນ ແລະ ສາກົນ ທີ່ພວມຜັນແຜໄປຢ່າງສະຫຼັບສັບຊ້ອນ, ໂລກພວມປະເຊີນໜ້າກັບວິກິດການຫຼາຍດ້ານ ແລະ ນັບມື້ນັບຮຸນແຮງຂຶ້ນ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມ ໝັ້ນຄົງ ແລະ ການພັດທະນາຂອງບັນດາປະເທດ. ສະຫາຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງຂະບວນການກອມມູນິດ ແລະ ກຳມະກອນສາກົນ ທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຢືນຢັນວ່າ ພັກປະຊາຊົນປະຕິວັດລາວ ຈະສືບຕໍ່ປະສານສົມທົບຢ່າງຕັ້ງໜ້າກັບບັນດາພັກກອມມູນິດ, ກໍາມະກອນ ແລະ ຂະບວນການທີ່ກ້າວໜ້າໃນທົ່ວໂລກ, ເຊື່ອໝັ້ນວ່າໄຊຊະນະຂອງພາລະກິດສ້າງສາສັງຄົມນິຍົມ ບໍ່ສາມາດແຍກອອກຈາກຄວາມສາມັກຄີ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາພັກອ້າຍນ້ອງໄດ້; ພັກ ປປ ລາວ ຍິນດີທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືກັບບັນດາພັກກອມມູນິດ ແລະ ກຳມະກອນສາກົນ ໂດຍສະເພາະການເພີ່ມທະວີການແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ ໃນການສ້າງສາສັງຄົມນິຍົມ ໃຫ້ສອດຄ່ອງກັບຈຸດພິເສດຂອງແຕ່ລະປະເທດ, ຮ່ວມກັນຕໍ່ສູ້ຕ້ານລັດທິຈັກກະພັດ, ການກົດຂີ່ຂູດຮີດ ແລະ ການແຊກແຊງວຽກງານພາຍໃນຈາກກຳລັງປໍລະປັກ ແລະ ສະໜັບສະ ໜູນທຸກຄວາມພະຍາຍາມເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມໃນທົ່ວໂລກ.
ການເຄື່ອນໄຫວຂອງ ຄະນະຜູ້ແທນພັກ ປປ ລາວ ໃນຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ ນອກຈາກຈະເປັນການຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງບັນດາປະເທດໃນໂລກ, ຍັງເປັນການໃຫ້ກຳລັງໃຈ ທັງເປັນການປະກອບສ່ວນສຳຄັນໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນ ຮ່ວມມືອັນເປັນມູນເຊື້ອລາວ-ກູບາ ກໍຄືການຮັດແໜ້ນການພົວພັນຮ່ວມມືລະຫວ່າງພັກປະຊາຊົນປະຕິວັດລາວ ກັບ ບັນດາພັກການເມືອງໃຫ້ກວ້າງຂວາງຂຶ້ນກວ່າເກົ່າ.
14/08/2026 09:27:49
11/08/2026 16:22:50
10/08/2026 16:19:13
10/08/2026 14:31:43
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
30/07/2025 16:01:28
29/07/2022 15:17:46
27/05/2025 15:03:03
03/06/2025 14:03:36
16/07/2025 16:30:18
03/10/2025 15:43:46
13/06/2023 14:17:31
30/05/2023 10:28:03
24/07/2025 13:53:23


