ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຊົມອະນຸສອນສະຖານ ປະທານ ສຸພານຸວົງ ເນື່ອງໃນໂອກາດວັນຄ້າຍວັນເກີດ ຄົບຮອບ 117 ປີ (13/07/1909-13/07/2026)
ເຜີຍແຜ່ໂດຍ: moderator ເວລາ: 16/07/2026 13:12:35 ຈຳນວນຢ້ຽມຊົມ 65 ຄັ້ງ ໃນຕອນບ່າຍຂອງວັນທີ 9 ກໍລະກົດ 2026, ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ຄະນະພົວພັນຕ່າງປະເທດສູນກາງພັກ ຈຳນວນ 30 ສະຫາຍ ນຳໂດຍ ສະຫາຍ ວົງຄຳ ແສນສະທິດ, ກໍາມະການຄະນະ ພັກ, ຫົວໜ້າກົມເອີຣົບ-ອາເມຣິກາ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄຕພ ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານ, ຄະນະໜ່ວຍ ແລະ ສະມາຊິກ ຂອງສາມອົງການຈັດຕັ້ງມະຫາຊົນ ໄດ້ເຂົ້າຢ້ຽມຊົມອະ ນຸສອນສະຖານ ປະທານ ສຸພານຸວົງ.
ການຢ້ຽມຊົມຄັ້ງນີ້ ແມ່ນເພື່ອຫວນຄືນເຖິງຊີວິດ, ພາລະກິດປະຕິວັດ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ຜູ້ທີ່ໄດ້ອຸທິດທັງຊີວິດເພື່ອພາລະກິດການສູ້ປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສືບທອດເຖິງປັດຈຸບັນ. ໃນການຢ້ຽມຊົມຄັ້ງນີ້, ຄະນະໄດ້ຮັບຟັງການບັນຍາຍກ່ຽວກັບປະຫວັດ, ຊີວິດ, ການເຄື່ອນໄຫວປະຕິວັດ, ຜົນງານອັນໂດດເດັ່ນ ແລະ ບົດຮຽນອັນມີຄຸນຄ່າຂອງ ປະທານ ສຸພານຸວົງ ພ້ອມທັງໄດ້ຢ້ຽມຊົມຮູບພາບ, ເອກະສານ, ວັດຖຸພັນ ແລະ ຂໍ້ມູນສຳຄັນຕ່າງໆ ທີ່ສະທ້ອນໃຫ້ເຫັນເຖິງຄຸນສົມບັດສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດ, ນ້ຳໃຈຮັກຊາດ, ຄວາມເສຍສະຫຼະ, ຄວາມກ້າຫານ ໃນຕໍ່ພາລະກິດຂອງພັກ, ຂອງຊາດ ແລະ ຂອງປະຊາຊົນ. ກິດຈະກຳດັ່ງກ່າວ ຖືເປັນການສຶກສາອົບຮົມດ້ານການເມືອງ-ແນວຄິດ ແລະ ປູກຝັງຈິດສຳນຶກຮັກຊາດໃຫ້ແກ່ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຄົ້ນຄວ້າເຊື່ອມຊຶມຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທຳປະຕິວັດຂອງ ປະທານ ສຸພານຸວົງ ເພື່ອນໍາໃຊ້ເຂົ້າໃນການປະຕິບັດວຽກງານ ແລະ ດໍາລົງຊີວິດຕົວຈິງ.
16/07/2026 13:12:35
15/07/2026 16:38:47
08/07/2026 15:10:12
08/07/2026 15:06:51
02/07/2026 14:36:09
10/04/2025 15:37:41
10/04/2025 15:18:32
29/07/2022 15:17:46
23/04/2025 13:17:35
16/07/2025 16:30:18
30/07/2025 16:01:28
13/06/2023 14:17:31
30/05/2023 10:28:03
27/05/2025 15:03:03
03/06/2025 14:03:36
24/07/2025 13:53:23



