ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ຈັດກອງປະຊຸມເຜີຍແຜ່ ມະຕິກອງປະຊຸມຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ IX
ເຜີຍແຜ່ໂດຍ: moderator ເວລາ: 15/07/2026 16:38:47 ຈຳນວນຢ້ຽມຊົມ 80 ຄັ້ງ ວັນທີ 15 ກໍລະກົດ 2026 ນີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ (ຄຕພ) ໄດ້ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX, ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ວິໄລ ວົງຂະເສີມ, ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນ ກຳມະບານລາວ, ພ້ອມດ້ວຍບັນດາສະມາຊິກພາຍໃນ ຄຕພ ເຂົ້າຮ່ວມຢ່າງທົົ່ວໜ້າ. ກ່ອນເຂົ້າຫ້ອງປະຊຸມ ຄະນະໄດ້ເຂົ້າຢ້ຽມຂຳ່ນັບ ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອແຈ້ງຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້.
ໃນກອງປະຊຸມເຜີຍແຜ່ ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX, ເພື່ອເປັນການເຜີຍແຜ່ ແລະ ເຊື່ອມຊືມໃຫ້ແກ່ພະນັກງານ, ສະມາຊິກກຳມະບານພາຍໃນ ຄຕພ ກໍ່ຄື ບັນດາຮາກຖານຂອງແຕ່ລະກົມ ໄດ້ຮັບຮູ້, ກຳແໜ້ນຢ່າງລະອຽດ, ກວ້າງຂວາງ, ເລິກເຊິ່ງ ແລະ ນຳໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍຢ່າງຖືກຕ້ອງ ແລະ ມີປະສິດທິຜົນສູງ; ສະຫາຍ ວິໄລ ວົງຂະເສີມ ໄດ້ຍົກໃຫ້ເຫັນເຖິງບັນດາເອກະສານທີ່ສຳຄັນ ທີ່ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ທີ່ໄດ້ຮັບຮອງເອົາຄື: ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວ ທົ່ວປະເທດ ສະໄໝທີ IX; ແຜນພັດທະນາວຽກງານ ກຳມະບານລາວ 5 ປີ ຄັ້ງທີ V (2026-2030); ກົດລະບຽບສະຫະພັນກຳມະບານລາວ ສະໄໝທີ IX ແລະ ແຜນດຳເນີນງານຂອງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ IX ໄລຍະ 5 ປີ (2026-2030).
ພ້ອມນີ້, ສະຫາຍ ວິໄລ ວົງຂະເສີມ ຍັງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານສະຫະພັນກຳມະບານແຕ່ລະຂັ້ນ ແລະ ສະມາຊິກກຳມະບານທຸກໆສະຫາຍ ຈົ່ງຮັບຮູ້, ກຳແໜ້ນຢ່າງລະອຽດ, ເລິກເຊິ່ງ ແລະ ນຳໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍຢ່າງຖືກຕ້ອງ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ ວຽກງານຕ່າງປະເທດຂອງພັກ ໃຫ້ມີຄວາມໜັກແໜ້ນຍິ່ງໆຂຶ້ນ.
16/07/2026 13:12:35
15/07/2026 16:38:47
08/07/2026 15:10:12
08/07/2026 15:06:51
02/07/2026 14:36:09
10/04/2025 15:37:41
10/04/2025 15:18:32
29/07/2022 15:17:46
23/04/2025 13:17:35
16/07/2025 16:30:18
30/07/2025 16:01:28
13/06/2023 14:17:31
30/05/2023 10:28:03
27/05/2025 15:03:03
03/06/2025 14:03:36
24/07/2025 13:53:23

