ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາການຈັດຕັ້ງປະຕິບັດ ກົດລະບຽບພັກປະຊາຊົນປະຕິວັດລາວ
ເຜີຍແຜ່ໂດຍ: moderator ເວລາ: 09/07/2026 15:11:00 ຈຳນວນຢ້ຽມຊົມ 205 ຄັ້ງ ໃນວັນທີ 09 ກໍລະກົດ 2026, ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝ XII. ໃຫ້ກຽດເປັນປະທານໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ບຸນເຫຼືອ ພັນດານຸວົງ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ຍົກໃຫ້ເຫັນເນື້ອໃນສໍາຄັນຂອງ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເປັນຕົ້ນແມ່ນ: ການພິຈາລະນາຮັບຮອງເອົາແຜນດໍາເນີນງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII; ແບບແຜນວິທີເຮັດວຽກ ແລະ ການພົວພັນລະຫວ່າງ ເລຂາຄະນະບໍລິ ຫານງານພັກ ກັບ ປະທານຄະນະກໍາມະການປົກຄອງເມືອງ, ນະຄອນ; ການສ້າງຕັ້ງຕາແສງ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງຄະນະພັກຮາກຖານ; ແຜນຜັນຂະຫຍາຍແຜນພັດທະນາເສດຖະ ກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈເປັນເອກະພາບຢ່າງກວ້າງ ຂວາງ ແລະ ເລິກເຊິ່ງ ຕໍ່ການນໍາພາ-ຊີ້ນໍາ ຂອງຂັ້ນເທິງໃນການກໍານົດທິດທາງ, ໜ້າວຽກຈຸດສຸມຕ່າງໆ ເພື່ອເປັນເອກະພາບສູງ, ບຸກທະລຸການພັດທະນາປະເທດຊາດໃນສະເພາະໜ້າ ແລະ ຍາວນານ.
ພ້ອມກັນນັ້ນ, ສະຫາຍ ຍັງໄດ້ສືບຕໍ່ເຜີຍແຜ່ ເນື້ອໃນກົດລະບຽບພັກ, ຄໍາແນະນໍາ ເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026 ກ່ຽວກັບ ການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII, ປະກອບດ້ວຍ 15 ໝວດ, 64 ມາດຕາ; ໂດຍໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສໍາຄັນ, ບັນດາໝວດ ແລະ ມາດຕາ ທີ່ກອງປະຊຸມໃຫຍ່ຂອງພັກ ໄດ້ເປັນເອກະພາບປັບປຸງດັດແປງໃໝ່.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກ, ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ກໍາແໜ້ນເນື້ອໃນຈິດໃຈຂອງ ບັນດາເອກະສານສໍາຄັນດັ່ງກ່າວ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານ ໃຫ້ປະກົດຜົນເປັນຈິງ.
16/07/2026 13:12:35
15/07/2026 16:38:47
08/07/2026 15:10:12
08/07/2026 15:06:51
02/07/2026 14:36:09
10/04/2025 15:37:41
10/04/2025 15:18:32
29/07/2022 15:17:46
23/04/2025 13:17:35
16/07/2025 16:30:18
30/07/2025 16:01:28
13/06/2023 14:17:31
30/05/2023 10:28:03
27/05/2025 15:03:03
03/06/2025 14:03:36
24/07/2025 13:53:23



