ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ມອບສານອວຍພອນວັນສ້າງຕັ້ງພັກກອມູນິດຈີນ ຄົບຮອບ 105 ປີ
ເຜີຍແຜ່ໂດຍ: moderator ເວລາ: 01/07/2026 19:59:44 ຈຳນວນຢ້ຽມຊົມ 48 ຄັ້ງ
ໃນຕອນເຊົ້າຂອງວັນທີ 01 ກໍລະກົດ 2026, ທີ່ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ນໍາພາຄະນະ ເຂົ້າຊົມເຊີຍ ແລະ ມອບສານອວຍພອນຈາກ ຄະນະບໍລິຫານງານສູນກາງພັກ ປປ ລາວ ເຖິງ ຄະນະກໍາມະການສູນກາງພັກກອມມູນິດຈີນ ຜ່ານເອກອັກຄະລັດຖະທູດຈີນ ສປ ຈີນ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ (1/7/1921-1/7/2026), ໂດຍໄດ້ຮັບການຕ້ອນຮັບ ຈາກ ສະຫາຍ ນາງ ຟາງຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.
ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ພັກກອມມູນິດຈີນ ທີ່ໄດ້ນຳພາປະຊາຊົນຈີນ ບັນລຸຜົນສຳເລັດອັນມະຫັດສະຈັນຢ່າງຮອບດ້ານ ທີ່ປະຈັກຕາຕໍ່ຊາວໂລກຕະຫຼອດໄລຍະ 105 ປີຜ່ານມາ, ໂດຍສະເພາະນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ. ພ້ອມດຽວກັນນັ້ນ, ກໍ່ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນເຂັ້ມແຂງຂອງ ຄະນະກຳມະການສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນນຳ, ປະຊາຊົນຈີນ ຈະສາມາດສ້າງປະເທດສັງຄົມນິຍົມທັນສະໄໝໃຫ້ສຳເລັດຕາມເວລາຢ່າງແນ່ນອນ ແລະ ບັນລຸເປົ້າໝາຍສູ້ຊົນ 100 ປີເຫດການທີສອງຢ່າງສຳເລັດຜົນ.
ສະຫາຍ ນາງ ຟາງຫົງ ໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ບຸນເຫຼືອ ພັນດານຸວົງ ທີ່ໄດ້ໃຫ້ກຽດມາມອບສານອວຍພອນ ແລະ ຕີລາຄາສູງການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ໃນຕົ້ນເດືອນມິຖຸນາ 2026 ຜ່ານມາ, ໂດຍສະເພາະການອອກຖະແຫຼງການຮ່ວມ ໃນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ທີ່ເປັນການຍົກລະດັບການຮ່ວມມືສອງຝ່າຍ; ພ້ອມທັງສະແດງຄວາມຂອບໃຈຕໍ່ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ທີ່ໄດ້ມີການປະສານສົມທົບ ແລະ ຮ່ວມໄມ້ຮ່ວມມືເປັນຢ່າງດີກັບ ສະຖານທູດຈີນ ໃນການຢ້ຽມຢາມດັ່ງກ່າວ, ສອງຝ່າຍຍິນດີສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນໃນການຈັດຕັ້ງຜັນຂະຫຍາຍ ໝາກຜົນຂອງການຢ້ຽມຢາມດັ່ງກ່າວ ໃຫ້ປະກົດຜົນເປັນຮູບປະທໍາ.
01/07/2026 19:59:44
30/06/2026 16:43:50
30/06/2026 16:30:03
30/06/2026 13:00:43
29/06/2026 10:01:12
29/07/2022 15:17:46
10/04/2025 15:37:41
13/06/2023 14:17:31
30/05/2023 10:28:03
10/04/2025 15:18:32
23/04/2025 13:17:35
16/07/2025 16:30:18
09/12/2022 14:35:10
30/07/2025 16:01:28
26/02/2025 15:29:23



