ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂໍ່ານັບການນຳຂັ້ນສູງຂອງ ພັກປະຊາຊົນມົງໂກລີ.
ເຜີຍແຜ່ໂດຍ: moderator ເວລາ: 29/06/2026 09:02:42 ຈຳນວນຢ້ຽມຊົມ 28 ຄັ້ງ ໃນວັນທີ 26 ມິຖຸນາ 2026, ສະຫາຍ ວາລະໄຊ ເລັ່ງສະຫວັດ, ກຳມະການສໍາຮອງສູນກາງພັກ, ຮອງຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ, ໄດ້ນຳພາຄະນະ ເຂົ້າພົບຢ້ຽມຂໍ່ານັບ ສະຫາຍ ຢັງກຸກ ຊອດບາທາຣ໌ (Yangug Sodbaatar), ເລຂາທິການໃຫຍ່ພັກປະຊາຊົນມົງໂກລີ (Mongolian People’s Party), ໃນໂອກາດເຂົ້າຮ່ວມກອງປະຊຸມຄະນະປະຈໍາ ຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຄັ້ງທີ 45 (The 45th Meeting of the ICAPP Standing Committee) ທີ່ ນະຄອນຫຼວງອູລານບາຕໍ, ປະເທດມົງໂກລີ.
ໃນໂອກາດດັ່ງກ່າວ, ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ພັກປະຊາຊົນມົງໂກລີ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ໃນການເປັນເຈົ້າພາບຈັດກອງປະຊຸມຄະນະປະຈໍາໄອແຄັບ ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມ. ພ້ອມນັ້ນ, ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ມົງໂກລີ ຕະຫຼອດໄລຍະຜ່ານມາ ນັບແຕ່ການສ້າງຕັ້ງສາຍພົວພັນທາງການທູດ ໃນປີ1962 ກໍຄື ການສະໜັບສະໜູນເຊິ່ງກັນແລະກັນ ທັງໃນຂອບການຮ່ວມມືລະດັບພາກພື້ນ ແລະ ສາກົນ. ນອກນັ້ນ, ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ຜົນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ໃນຕົ້ນປີ 2026 ແລະ ຢືນຢັນຈະສືບຕໍ່ເສີມຂະຫຍາຍສາຍພົວພັນດ້ານພັກ ແລະ ການທູດປະຊາຊົນ ເພື່ອສົ່ງເສີມຄວາມເຂົ້າໃຈລະຫວ່າງປະຊາຊົນສອງຊາດ; ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການສຶກສາ, ການທ່ອງທ່ຽວ ແລະ ການພັດທະນາດີຈີຕອນ.
ສະຫາຍ ຢັງກຸກ ຊອດບາທາຣ໌, ໄດ້ສະແດງການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ-ເຮັດວຽກ ທີ່ ມົງໂກລີ ຂອງຄະນະໃນຄັ້ງນີ້ ຊຶ່ງຖືເປັນການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ມົງໂກລີ-ລາວ, ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນໃນລະດັບຕ່າງໆ ແລະ ການແລກປ່ຽນສານອວຍພອນເນື່ອງໃນໂອກາດສໍາຄັນຕ່າງໆ. ພິເສດ, ສະຫາຍ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ, ບັນດາຜົນງານການນໍາພາຂອງພັກ ປປ ລາວ ຕະຫຼອດໄລຍະ 70 ປີ ຜ່ານມາ. ພ້ອມທັງ, ສະແດງຄວາມຍິນດີໃນການແລກປ່ຽນບົດຮຽນ ກ່ຽວກັບ ການພັັດທະນາດີຈີຕອນ ແລະ ລະບົບເອເລັກໂຕຣນິກ ຂອງມົງໂກລີ ໃຫ້ແກ່ ສປປ ລາວ.
29/06/2026 10:01:12
29/06/2026 09:02:42
29/06/2026 08:51:22
26/06/2026 16:26:48
23/06/2026 13:38:06
15/06/2026 15:59:03
09/06/2026 16:37:23
29/07/2022 15:17:46
10/04/2025 15:37:41
13/06/2023 14:17:31
30/05/2023 10:28:03
10/04/2025 15:18:32
23/04/2025 13:17:35
16/07/2025 16:30:18
09/12/2022 14:35:10
30/07/2025 16:01:28
26/02/2025 15:29:23
