ຄຕພ ສຳເລັດຊຸດຝຶກອົບຮົມວຽກງານຄົ້ນຄວ້າ
ເຜີຍແຜ່ໂດຍ: moderator ເວລາ: 26/06/2026 16:26:48 ຈຳນວນຢ້ຽມຊົມ 27 ຄັ້ງ ໃນວັນທີ 23-25/06/2026, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດຊຸດຝຶກອົບຮົມວຽກງານຄົ້ນຄວ້າ ໃຫ້ແກ່ພະນັກງານພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ແລະ ມີພະນັກງານ ຈາກບັນດາອົງການອ້ອມຂ້າງສູນກາງພັກ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຫ້ອງການກະຊວງການຕ່າງປະເທດ, ສະຖາບັນການຕ່າງປະເທດ ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ລວມທັງໝົດ 30 ທ່ານ. ມີວິທະຍາກອນ 03 ທ່ານ ຈາກສູນສົ່ງເສີມວາລະສານວິທະຍາສາດ, ມະຫາວິທະຍາໄລແຫ່ງຊາດລາວ ມາຖ່າຍທອດປະສົບການ ແລະ ບົດຮຽນກ່ຽວກັບວຽກງາານດັ່ງກ່າວ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອປະຕິບັດຕາມແຜນງານ ໂຄງການຂອງກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ ກໍຄືຂອງຄະນະພົວພັນຕ່າງປະເທດສູນກາງພັກ ແລະ ເພື່ອຍົກລະດັບຄວາມເຂົ້າໃຈ ກ່ຽວກັບ ວຽກງານຄົ້ນຄວ້າ ໂດຍສະເພາະແມ່ນ ການຄົ້ນຄວ້າວິທະຍາສາດບັນດາຫົວຂໍ້ທີ່ກ່ຽວຂ້ອງກັບວຽກງານຕົວຈິງ ຂອງບັນດາອົງການທີ່ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້.
ໃນໄລຍະຝຶກອົບຮົມ, ນັກສຳມະນາກອນ ໄດ້ແລກປ່ຽນບົດຮຽນກ່ຽວກັບວຽກຄົ້ນຄວ້າ ໃນອົງການ, ຂະແໜງການຂອງຕົນ ກັບ ວິທະຍາກອນ ຢ່າງກົງໄປກົງມາ, ເຮັດໃຫ້ນັກສຳມະນາກອນ ມີຄວາມເຂົ້າໃຈໃນວຽກຄົ້ນຄວ້າ ກໍຄືໂຄງຮ່າງການຄົ້ນຄວ້າ ໄດ້ເປັນລະບົບຫຼາຍຂຶ້ນ. ນອກຈາກນັ້ນ, ວິທະຍາກອນ ໄດ້ຊຸກຍູ້ໃຫ້ນັກສຳມະນາກອນ ສືບຕໍ່ຂຽນບົດຄົ້ນຄວ້າຕ່າງໆ ເພື່ອເຜີຍແຜ່ໃນເວັບໄຊຂອງສູນສົ່ງເສີມວາລະສານວິທະຍາສາດ ເພື່ອເປັນຖານຂໍ້ມູນທີ່ດີ ຮັບໃຊ້ສັງຄົມໃຫ້ຫຼາຍຂຶ້ນ. ໃນມື້ສຸດທ້າຍຂອງຊຸດຝຶກອົບຮົມ, ນັກສຳມະນາກອນ ໄດ້ມີການນຳສະເໜີບົດຄົ້ນຄວ້າ 04 ບົດ ຊຶ່ງ ວິທະຍາກອນ ໄດ້ປະກອບຄຳເຫັນ ເພື່ອປັບປຸງບັນດາບົດຄົ້ນຄວ້າດັ່ງກ່າວ ໃຫ້ສາມາດພິມເຜີຍແຜ່ໄດ້ ໃນອະນາຄົດ. ໂດຍລວມເຫັນວ່າ ຊຸດຝຶກອົບຮົມຄັ້ງນີ້ ດຳເນີນໄປ ດ້ວຍຜົນສຳເລັດຢ່າງຈົບງາມ ເພາະນອກຈາກ ຈະໄດ້ຮັບຄວາມຮູ້ ຄວາມເຂົ້າໃຈ ໃນວຽກງານຄົ້ນຄວ້າແລ້ວ, ຍັງເປັນໂອກາດທີ່ດີ ໃຫ້ ນັກສຳມະນາກອນ ແລະ ວິທະຍາກອນ ໄດ້ຮັດແໜ້ນຄວາມສາມັກຄີ, ສ້າງກົນໄກປະສານງານ ລະຫວ່າງ ຄຕພ ກັບບັນດາພາກສ່ວນທີ່ເຂົ້າຮ່ວມ ໃຫ້ວ່ອງໄວທັນການກວ່າເກົ່າ.
ພາຍຫຼັງສຳເລັດຊຸດຝຶກອົບຮົມ, ທ່ານ ບຸນຍາເດດ ໄຊຍະວົງ, ກຳມະການຄະນະພັກ, ຫົວໜ້າກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ ໄດ້ມອບໃບຢັ້ງຢືນໃຫ້ບັນດາ ນັກສຳມະນາກອນ ແລະ ວິທະຍາກອນ ເພື່ອເປັນການຢັ້ງຢືນຜົນສຳເລັດການເຂົ້າຮ່ວມຊຸດຝຶກອົບຮົມດັ່ງກ່າວ.
26/06/2026 16:26:48
23/06/2026 13:38:06
15/06/2026 15:59:03
09/06/2026 16:37:23
03/06/2026 09:12:19
03/06/2026 09:06:12
28/05/2026 15:32:56
29/07/2022 15:17:46
10/04/2025 15:37:41
13/06/2023 14:17:31
30/05/2023 10:28:03
10/04/2025 15:18:32
23/04/2025 13:17:35
16/07/2025 16:30:18
09/12/2022 14:35:10
30/07/2025 16:01:28
26/02/2025 15:29:23



