ພັກປະຊາຊົນປະຕິວັດລາວ ຮັດແໜ້ນການພົວພັນຮ່ວມມືກັບ ພັກການເມືອງໃນ ສາທາລະນະລັດ ເບລາຣຸດຊີ
ເຜີຍແຜ່ໂດຍ: moderator ເວລາ: 03/06/2026 09:12:19 ຈຳນວນຢ້ຽມຊົມ 135 ຄັ້ງ ໃນໂອກາດທີ່ ຄະນະຜູ້ແທນພັກ ປປ ລາວ ນຳໂດຍ ທ່ານ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 2 ໃນຫົວຂໍ້: “ອະທິປະໄຕແຫ່ງລັດ ແລະ ຫຼັກການພົວພັນສາກົນ ໃນສະພາບການຂອງໂລກຫຼາຍຂົ້ວອຳນາດ ແລະ ຄວາມຫຼາກຫຼາຍ ໃນສະຕະວັດທີ 21" (State Sovereignty and Principles of International Relations in the Context of Multipolarity and Diversity in the 21" Century) ທີ່ ເມືອງ ເບຣັດສທ໌, ສ. ເບລາຣຸດຊີ ແຕ່ວັນທີ 27-30 ພຶດສະພາ 2026. ກໍ່ໄດ້ສືບຕໍ່ມີການເຄື່ອນໄຫວ ຮັດແໜ້ນການພົວພັນຮ່ວມມືກັບ 2 ພັກການເມືອງຂອງ ສ. ເບລາຣຸດຊີ ຄື: ພັກເບລາຢາຣຸດສ໌ ແລະ ພັກກອມມູນິດເບລາຣຸດ ຊີ. ເຊິ່ງໃນຕອນເຊົ້າວັນທີ 29 ພຶດສະພາ 2026, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ນໍາພາຄະນະເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ໂອນກາ ເຊໂມດານນົບວາ (Olga CHEMODANOVA), ປະທານພັກເບລາຢາຣຸດສ໌ ທີ່ ຫ້ອງວ່າການແຂວງເບຣັດສທ໌, ໂດຍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ແຈ້ງກ່ຽວກັບສະພາບພົ້ນເດັ່ນ ໃນ ສປປ ລາວ, ໂດຍສະເພາະ ຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ, ຜົນສໍາເລັດການເລືອກຕັ້ງ ສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນ, ຜົນສໍາເລັດການຮັບຮອງເອົາ ຄະນະລັດຖະບານຊຸດໃໝ່ ແລະ ຜົນສໍາເລັດການດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII. ນອກນີ້, ຍັງໄດ້ແຈ້ງໃຫ້ຊາບວ່າ ພັກ ປປ ລາວ ໄດ້ໃຫ້ຄວາມສໍາຄັນເປັນຢ່າງຍິ່ງໃນການເສີມສ້າງ ແລະ ຮັດແໜ້ນການພົວພັນຮ່ວມມືກັບ ພັກເບລາຢາຣຸດສ໌ ນັບແຕ່ມີການພົວພັນນໍາກັນໃນປີ 2018 ເປັນຕົ້ນມາ; ໄດ້ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ເບລາຣຸດຊີ ບົນພື້ນຖານມູນເຊື້ອແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ປະຈຸບັນ ກໍາລັງໄດ້ຮັບການເສີມ ຂະຫຍາຍຢ່າງຕໍ່ເນື່ອງ; ໄດ້ສະແດງຄວາມຊົມເຊີຍຕໍ່ການພົວພັນທີ່ກໍາລັງໄດ້ຮັບການພັດທະນາ ລະຫວ່າງ ສູນກາງຊາວໜຸ່ມ ປປ ລາວ ແລະ ຂະບວນການຊາວໜຸ່ມ ອິສກຣາ (Iskra) ຂອງ ພັກເບລາຢາຣຸດສ໌, ເຊິ່ງມີແຜນຈະລົງນາມໃນ ເອກະສານການຮ່ວມມື ໃນອະນາຄົດອັນໃກ້ນີ້; ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຈາກການນໍາຂັ້ນສູງຂອງພັກ ປປ ລາວ ເຖິງ ທ່ານປະທານພັກ ກໍຄື ບັນດາການນໍາພັກ ເບລາຢາຣຸດສ໌, ພ້ອມທັງເຊື້ອເຊີນ ທ່ານປະທານພັກ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເຫັນວ່າສະດວກ. ໂອກາດນີ້, ທ່ານ ນາງ ໂອນກາ ເຊໂມດານນົບວາ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເຂົ້າຮ່ວມກອງປະຊຸມ ແລະ ເຄື່ອນໄຫວຢ້ຽມຢາມ ສ. ເບລາຣຸດຊີ ຂອງຄະນະຜູ້ແທນພັກ ປປ ລາວ ໃນຄັ້ງ ນີ້; ຕີລາຄາສູງຕໍ່ການພົວພັນອັນດີທີ່ມີຮ່ວມກັນຕະຫຼອດໄລຍະຜ່ານມາ ແລະ ມີຄວາມເຫັນດີເປັນເອກະພາບຮ່ວມກັບຝ່າຍລາວ ໃນການເສີມຂະຫຍາຍການພົວພັນຮ່ວມມືໃຫ້ມີໝາກຜົນສູງຂຶ້ນກວ່າເກົ່າໃນອະນາຄົດ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ບຸນເຫຼືອ ພັນດານຸວົງ ຍັງໄດ້ນໍາພາຄະນະຜູ້ແທນພັກ ປປ ລາວ ເຄື່ອນໄຫວ ຢ້ຽມຢາມສຳນັກງານສູນກາງພັກກອມມູນິດເບລາຣຸດຊິ ທີ່ ນະຄອນຫຼວງມິນສກ໌, ໂດຍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເຊຣເກ ຊືຣັນ ກົບ (Sergei SYRANKOV), ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດເບລາຣຸດຊີ, ເຊິ່ງ ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ມີໂອກາດເຄື່ອນໄຫວຢ້ຽມຢາມເຮັດວຽກໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ແຈ້ງສະພາບການພາຍໃນ ສປປ ລາວ ໃຫ້ພັກເພື່ອນຊາບ ໂດຍສະເພາະ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ທີ່ໄດ້ສໍາເລັດລົງຢ່າງຈົບງາມ ໂດຍມີ ການຮັບຮອງເອົາມະຕິຂອງກອງປະຊຸມໃຫຍ່, ໂຄງການການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 5 ປີ ແຕ່ປີ 2026-2030; ໄດ້ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກ ກອມມູນິດເບລາຣຸດຊີ ໃນໄລຍະຜ່ານມາ ທີ່ມີຄວາມແໜ້ນແຟ້ນ, ເຂົ້າອົກເຂົ້າໃຈກັນ ໃນຖານະເປັນເພື່ອນມິດສະຫາຍ ກໍຄື ພັກຮ່ວມອຸດົມການສັງຄົມນິຍົມດຽວກັນ. ໃນໂອກາດດັ່ງກ່າວ, ທ່ານ ເຊຣເກ ຊືຣັນກົບ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ຕ້ອນຮັບ ຄະນະຜູ້ແທນພັກ ປປ ລາວ ແລະ ໄດ້ແລກປ່ຽນທັດສະນະຮ່ວມກັນຢ່າງກົງໄປກົງມາ ແລະ ໄດ້ຕີລາຄາສູງຕໍ່ການພົວພັນ ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດເບລາຣຸດຊີ ບົນພື້ນຖານພັກຮ່ວມອຸດົມການທີ່ຍຶດໝັ້ນຕໍ່ແນວທາງສັງຄົມນິຍົມ ແລະ ເຫັນວ່າ ໃນຂອບຂອງການພົວພັນດ້ານພັກ, ພັກກອມມູນິດເບລາຣຸດຊີ ກໍ່ມີອົງການຈັດຕັ້ງຊາວໜຸ່ມທີ່ເຂັ້ມແຂງ, ເຊິ່ງເຫັນດີທີ່ຈະເສີມຂະຫຍາຍການພົວພັນກັບອົງການຈັດຕັ້ງຊາວໜຸ່ມຂອງພັກ ປປ ລາວ. ພ້ອມດຽວກັນນີ້, ທ່ານ ບຸນເຫຼືອ ພັນດານຸວົງ ຍັງໄດ້ເຊື້ອເຊີນ ທ່ານເລຂາທິການທີໜຶ່ງ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ທ່ານສະດວກ.
ໃນໂອກາດພົບປະແລກປ່ຽນກັບ 2 ພັກການເມືອງສໍາຄັນຂອງ ສ. ເບລາຣຸດຊີ ດັ່ງກ່າວນີ້, ຍັງໄດ້ມີການຮ່ວມລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ພັກ ປປ ລາວ ກັບ ພັກເບລາຢາຣຸດສ໌ ແລະ ລະຫວ່າງ ພັກ ປປ ລາວ ກັບ ພັກກອມມູນິດເບລາຣຸດຊີ ເຊິ່ງເປັນຂີດໝາຍ ແລະ ບ່ອນອີງທີ່ສໍາຄັນໃຫ້ແກ່ ການເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືດ້ານພັກ ກໍຄື ການຊຸກຍູ້ການພົວພັນ ລະຫວ່າງ ສອງປະເທດ ລາວ-ເບລາຣຸດຊີ ໃນຕໍ່ໜ້າ ໃຫ້ ເຂັ້ມແຂງ ແລະ ໜັກແໜ້ນຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ.
03/06/2026 09:12:19
03/06/2026 09:06:12
28/05/2026 15:32:56
19/05/2026 08:56:07
05/05/2026 11:38:39
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
10/04/2025 15:37:41
10/04/2025 15:18:32
09/12/2022 14:35:10
23/04/2025 13:17:35
26/02/2025 15:29:23
16/07/2025 16:30:18
30/03/2023 15:30:06

