ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ຈັດກອງປະຊຸມ ສຳມະນາວິທະຍາສາດ
ເຜີຍແຜ່ໂດຍ: moderator ເວລາ: 28/05/2026 15:32:56 ຈຳນວນຢ້ຽມຊົມ 47 ຄັ້ງ ໃນວັນທີ 28 ພຶດສະພາ 2026, ຢູ່ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ສະພາບການສາກົນໃນປັດຈຸບັນ, ວຽກງານການທູດເສດຖະກິດ ແລະ ສາຍພົວພັນລາວ-ຫວຽດນາມ ແລະ ລາວ-ຈີນ” ຂຶ້ນ, ເພື່ອເປັນການຂຳ່ນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນທາງປະຫວັດສາດຂອງພັກ, ຂອງຊາດ ແລະ ວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 43 ປີ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສິງຫານະຄອນ ສີຫາລາດ, ປະທານຄະນະບໍລິຫານງານກຳມະບານ ຄະນະພົວພັນຕ່າງປະເທດສູນກາງພັກ, ຫົວໜ້າຫ້ອງການ ຄຕພ ພ້ອມດ້ວຍອະດີດ ນັກການທູດ ຈາກສະໂມສອນນັກການທູດລາວ, ກະຊວງການຕ່າງປະເທດ, ພະນັກງານ-ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງໃນຄັ້ງນີ້ ເພື່ອພ້ອມກັນຄົ້ນຄວ້າ, ປືກສາຫາລື ແລະ ແລກປ່ຽນ ກ່ຽວກັບສະພາບການສາກົນ ທີ່ມີການຜັນແປ ຢ່າງສະຫຼັບສັບຊ້ອນ, ຄາດຄະເນໄດ້ຍາກ ແລະ ສິ່ງທ້າທາຍຕ່າງໆ ເຊ່ິງຈະສົ່ງຜົນກະທົບຕໍ່ພາກພື້ນ ກໍ່ຄື ສປປ ລາວໃນຕໍ່ໜ້າ, ຍ້ອນແນວນັ້ນ ບັນດານັກວິທະຍາກອນ ໄດ້ຍົກສູງຄວາມຮັບຜິດຊອບການເມືອງ ຕາມຄຳຂວັນຄະນະພົວພັນຕ່າງປະເທດສູນກາງພັກຄື “ຄິດເລິກ ເບິ່ງໄກ ໄປຖືກ”; ວຽກງານຕ່າງປະເທດ ມີບົດບາດສຳຄັນໃນການເສີມຂະຫຍາຍສາຍພົວພັນ ລາວ-ຫວຽດນາມ ແລະ ລາວ-ຈີນ, ສ້າງທັດສະນະຫຼັກໝັ້ນ ຕາມແນວທາງການຕ່າງປະເທດຂອງພັກ, ຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ພ້ອມທັງໂຄສະນາຊຸກຍູ້ ການສ້າງເສດຖະກິດ-ສັງຄົມຂອງປະເທດເຮົາ.
ໃນກອງປະຊຸມ, ສະຫາຍ ຢົ້ງ ຈັນທະລັງສີ, ຮອງປະທານສະໂມສອນນັກການທູດ, ສະຖາບັນການຕ່າງປະເທດ ໄດ້ບັນຍາຍ ແລະ ແລກປ່ຽນໃນຫົວຂໍ້ “ສະພາບການສາກົນໃນປັດຈຸບັນ ແລະ ທ່າອ່ຽງໃນຕໍ່ໜ້າ -- ກາລະໂອກາດ, ສິ່ງທ້າທາຍຕໍ່ພາກພື້ນ ແລະ ຕໍ່ ສປປ ລາວ”, ຈາກນັ້ນ ສະຫາຍ ອາເລັກວິໄລ ສຸກຈະເລີນ,ຮອງຫົວໜ້າກົມອາຊີ ປາຊີຟິກ ແລະ ອາຟຣິກກາ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຂຶ້ນບັນຍາຍໃນຫົວຂໍ້ “ໝາກຜົນຂອງການພົວພັນຮ່ວມມືລາວ-ຫວຽດນາມ, ລາວ-ຈີນ” ແລະ ສະຫາຍ ນາງ ວິໄລລັກ ແສນດວງເດດ, ຮອງຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ບັນຍາຍໃນຫົວຂໍ້ “ການທູດເສດຖະກິດ ຂອງ ສປປ ລາວ”; ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນຄຳຄິດຄຳເຫັນຮ່ວມກັນຢ່າງກວ້າງຂວາງ ເຊິ່ງເປັນການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ຜູ້ທີ່ໄດ້ເຂົ້າຮ່ວມ ກໍ່ຄື ສະມາຊິກພັກ-ພະນັກງານ ພາຍໃນ ຄະນະພົວພັນຕ່າງປະເທດສູນກາງພັກ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ຄຶກຄື້ນ ແລະ ເຕັມໄປດ້ວຍການປຶກສາຫາລື ທີ່ເປັນປະໂຫຍດ, ຜ່ານການດຳເນີນກອງປະຊຸມເປັນເວລາເຄິ່ງວັນ ກອງປະຊຸມໄດ້ຕີລາຄາສູງ ເຖິງຜົນສຳເລັດກອງປະຊຸມໃນຄັ້ງນີ້ ແລະ ໄດ້ປິດລົງຢ່າງຈົບງາມໃນຕອນທ່ຽງຂອງວັນດຽວກັນ.
28/05/2026 15:32:56
19/05/2026 08:56:07
05/05/2026 11:38:39
30/04/2026 13:20:32
30/04/2026 08:14:08
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
10/04/2025 15:37:41
09/12/2022 14:35:10
10/04/2025 15:18:32
26/02/2025 15:29:23
23/04/2025 13:17:35
30/03/2023 15:30:06
02/02/2023 10:46:44



