ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດຟິລິບປິນ ປະຈຳ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 19/05/2026 08:56:07 ຈຳນວນຢ້ຽມຊົມ 94 ຄັ້ງ
ໃນວັນທີ 18 ພຶດສະພາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ອີລີສະເບດ ຕັນ ເຕ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຟິລິບປິນ ປະຈໍາ ສປປ ລາວ ຄົນໃໝ່.
ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ ທ່ານເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ, ເຊື່ອໝັ້ນວ່າ ດ້ວຍບົດຮຽນ ແລະ ປະສົບການອັນອຸດົມສົມບູນຂອງ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ຊຸກຍູ້ ສາຍພົວພັນມິດຕະພາບ ແລະ ການພົວພັນ ລະຫວ່າງ 2 ປະເທດ ລາວ-ຟິລິບປິນ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ມີບາດກ້າວໃໝ່, ຊົມເຊີຍ ຕໍ່ຜົນສໍາເລັດໃນການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຂອງຟິລິບປິນ. ພ້ອມນັ້ນ, ທ່ານ ບຸນເຫຼືອ ພັນດານຸວົງ ຍັງໄດ້ແຈ້ງໃຫ້ຊາບພາລະບົດບາດ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ການພົວພັນດ້ານພັກ ຂອງລາວ ກັບພັກການເມືອງຕ່າງປະເທດໃນໂລກ ໃນປະຈຸບັນ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ເປັນຢ່າງສູງ ທີ່ໄດ້ມີໂອກາດເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ຮັບການເລືອກຕັ້ງເປັນ ກໍາມະການສູນກາງພັກ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ ທີ່ຜ່ານມາ, ພ້ອມທັງຢືນຢັນ ແລະ ໃຫ້ຄໍາໝັ້ນສັນຍາຈະເຮັດສຸດຄວາມສາມາດຂອງຕົນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ຟິລິບປິນ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຟິລິບປິນ ໃນດ້ານຕ່າງໆ, ໂດຍສະເພາະ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສ້າງຊັບພະຍາກອນມະນຸດ, ການທ່ອງທ່ຽວ ແລະ ອື່ນໆ ພ້ອມທັງຍິນດີປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຮ່ວມກັນຊຸກຍູ້ເສີມຂະຫຍາຍສາຍພົວພັນດັ່ງກ່າວໃຫ້ງອກງາມຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ຟິລິບປິນ, ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
19/05/2026 08:56:07
05/05/2026 11:38:39
30/04/2026 13:20:32
30/04/2026 08:14:08
28/04/2026 13:08:30
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
10/04/2025 15:37:41
09/12/2022 14:35:10
26/02/2025 15:29:23
10/04/2025 15:18:32
30/03/2023 15:30:06
02/02/2023 10:46:44
23/04/2025 13:17:35
