ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ຈັດພິທີ ປະຖະກະຖາ ວັນກຳມະກອນສາກົນ ຄົບຮອບ 140 ປີ
ເຜີຍແຜ່ໂດຍ: moderator ເວລາ: 30/04/2026 13:20:32 ຈຳນວນຢ້ຽມຊົມ 34 ຄັ້ງ ໃນວັນທີ 30 ເມສາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ (ຄຕພ) ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນກຳມະກອນສາກົນ ຄົບຮອບ 140 ປີ (01 ພຶດສະພາ 1886-01 ພຶດສະພາ 2026) ເພື່ອລະລຶກເຖິງປະຫວັດສາດແຫ່ງການຕໍ່ສູ້ ແລະ ສົ່ງເສີມບົດບາດຂອງຊົນຊັ້ນກຳມະກອນ ໃນການພັດທະນາປະເທດຊາດ, ເຊິ່ງໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ນາງ ອາລຸນແສງ ວິຈິດວົງສາ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ຫົວໜ້າກົມໂຄສະນາ ສູນກາງສະຫະພັນກຳມະບານລາວ ແລະ ມີທ່ານຄະນະພັກຄະນະນໍາ ພ້ອມດ້ວຍບັນດາສະມາຊິກກຳມະບານ ພາຍໃນ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ອາລຸນແສງ ວິຈິດວົງສາ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ມູນເຊື້ອແຫ່ງການຕໍ່ສູ້ອັນພິລະອາດຫານຂອງຊົນຊັ້ນກຳມະກອນໃນໂລກ, ໂດຍສະເພາະແມ່ນເຫດການລຸກຮື້ຂຶ້ນຕໍ່ສູ້ຂອງກຳມະກອນຢູ່ນະຄອນຊິຄາໂກ, ປະເທດສະຫະລັດອາເມລິກາ ໃນປີ 1886 ເພື່ອທວງເອົາສິດຜົນປະໂຫຍດອັນຊອບທຳໃນການເຄື່ອນໄຫວວຽກງານ ແລະ ການແບ່ງປັນຜົນປະໂຫຍດຈາກການພັດທະນາ ເຊັ່ນ: ຮຽກຮ້ອງໃຫ້ກຳນົດຊົ່ວໂມງເຮັດວຽກ 8 ຊົ່ວໂມງຕໍ່ວັນ ແລະ 8 ຊົ່ວໂມງພັກຜ່ອນ; ເຫດການດັ່ງກ່າວໄດ້ກາຍ ເປັນສັນຍາລັກແຫ່ງໄຊຊະນະ ແລະ ເປັນຕົ້ນກຳເນີດຂອງວັນກຳມະກອນສາກົນ ທີ່ທົ່ວໂລກໄດ້ສະເຫຼີມສະຫຼອງມາຮອດປັດຈຸບັນ. ພ້ອມກັນນີ້, ທ່ານຍັງໄດ້ກ່າວເນັ້ນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະກອນລາວ ພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນ ປະຕິວັດລາວ, ເຊິ່ງພັກເຮົາໄດ້ຖືວ່າ ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ໄດ້ກາຍເປັນກຳລັງແຮງຕົ້ນຕໍ ໃນການຜະລິດ ແລະ ການຂັບເຄື່ອນເສດຖະກິດ-ສັງຄົມ ໃຫ້ມີການຫັນປ່ຽນໄປສູ່ຄວາມທັນສະໄໝ, ປະກອບສ່ວນຮ່ວມຢ່າງຕັ້ງໜ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ.
ທ່ານ ນາງ ອາລຸນແສງ ວິຈິດວົງສາ ຍັງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານສະຫະພັນກຳມະບານ ແລະ ສະມາ ຊິກກຳມະບານ ຄຕພ ທຸກຄົນ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງລະດັບວິຊາສະເພາະ ໃຫ້ໄດ້ມາດຕະຖານ ແລະ ມີວິໄນໃນການເຮັດວຽກຢ່າງເຂັ້ມງວດ ເພື່ອໃຫ້ສາມາດປັບຕົວເຂົ້າກັບຍຸກເສດຖະກິດດິຈິຕອນ ແລະ ການຫັນເປັນອຸດສາຫະກຳທີ່ທັນສະໄໝ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານຕ່າງປະເທດຂອງພັກ ໃນໄລຍະໃໝ່ໃຫ້ໜັກແໜ້ນຍິ່ງຂຶ້ນ.
30/04/2026 13:20:32
30/04/2026 08:14:08
28/04/2026 13:08:30
22/04/2026 11:14:13
22/04/2026 11:05:45
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
26/02/2025 15:29:23
30/03/2023 15:30:06
02/02/2023 10:46:44
10/04/2025 15:37:41
10/04/2025 15:18:32
14/07/2022 14:18:48
04/04/2023 15:42:25
03/02/2025 08:56:07
