ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ສົ່ງໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ເຜີຍແຜ່ໂດຍ: moderator ເວລາ: 30/04/2026 08:14:08 ຈຳນວນຢ້ຽມຊົມ 40 ຄັ້ງ ເນື່ອງໃນໂອກາດ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຫວຽດນາມ ເປັນເອກະພາບ ຄົບຮອບ 51 ປີ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ສົ່ງ ໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເຊິ່ງມີເນື້ອໃນດັ່ງນີ້:
ຄະນະບໍລິຫານສູນກາງພັກປະຊາຊົນປະຕິວັດລາວ, ສະມາຊິກພັກ ແລະ ປະຊາຊົນລາວ, ພວກຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ໄມຕີຈິດມິດຕະພາບອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ ເນື່ອງໃນໂອກາດ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຫວຽດນາມ ເປັນເອກະພາບ ຄົບຮອບ 51 ປີ (30/4/1975-30/4/2026).
ມະຫາໄຊຊະນະ ບັ້ນຮົບລະດູບານໃໝ່ ປົດປ່ອຍພາກໃຕ້ຫວຽດນາມ ໄດ້ຢ່າງສົມບູນ ແລະ ທ້ອນໂຮມປະເທດເປັນເອກະພາບອັນໜຶ່ງອັນດຽວ ວັນທີ 30 ເມສາ 1975 ແມ່ນເຫດການທີ່ສໍາຄັນຖືກຈາລຶກໄວ້ໃນປະຫວັດສາດຂອງໂລກ, ແມ່ນຂີດໝາຍປະຫວັດສາດອັນສະຫວ່າງສະໄຫວຂອງ ພັກກອມມູນິດຫວຽດນາມ ທີ່ໄດ້ນຳພາປະເທດຊາດ ແລະ ປະຊາຊົນກ້າວເຂົ້າສູ່ສັງກາດໃໝ່ ແຫ່ງເອກະລາດ, ເອກະພາບ ແລະ ສັງຄົມນິຍົມ. ໄຊຊະນະດັ່ງກ່າວ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງ ທັບ ແລະ ປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະລວມ ຂອງຄວາມສາມັກຄີຮ່ວມສຳພັນສູ້ຮົບຂອງ ປະຊາຊົນສາມຊາດອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ. ໄຊຊະນະດັ່ງກ່າວ ຍັງໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ ການປະຕິວັດລາວ ຍາດໄດ້ໄຊຊະນະ ແລະ ສະຖາ ປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975.
ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສຳເລັດ ແລະ ໄຊຊະນະອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍສໍາຄັນທາງປະຫວັດສາດ ທີ່ ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນ ໃນໄລຍະ 40 ປີ ແຫ່ງການປະຕິບັດແນວທາງການປ່ຽນແປງໃໝ່, ອັນໄດ້ເຮັດໃຫ້ ອິດທິພົນບົດບາດຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ອັນມີ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ ເປັນຜູ້ນໍາໜ້ານັ້ນ, ທົ່ວພັກ, ທົ່ວລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຢ່າງມີໄຊ, ສ້າງພື້ນຖານອັນໜັກແໜ້ນ ເພື່ອນຳພາປະເທດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ ແຫ່ງການພັດທະນາຢ່າງແຂງແຮງ ແລະ ບັນລຸ 2 ເປົ້າໝາຍຍຸດທະສາດ 100 ປີ ຂອງຊາດ.
ພັກ, ລັດ ແລະ ປະຊາຊົນລາວ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໃນການປະກອບສ່ວນເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ເຂົ້າສູ່ລວງເລິກຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດອັນແທ້ຈິງມາສູ່ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດ ທະນາ ຢູ່ພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົງສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ./
30/04/2026 13:20:32
30/04/2026 08:14:08
28/04/2026 13:08:30
22/04/2026 11:14:13
22/04/2026 11:05:45
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
26/02/2025 15:29:23
30/03/2023 15:30:06
02/02/2023 10:46:44
10/04/2025 15:37:41
10/04/2025 15:18:32
14/07/2022 14:18:48
04/04/2023 15:42:25
03/02/2025 08:56:07
