ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
ເຜີຍແຜ່ໂດຍ: moderator ເວລາ: 09/04/2026 15:59:55 ຈຳນວນຢ້ຽມຊົມ 44 ຄັ້ງ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ສະຫາຍ ເຈີນ ເກີ້ມ ຕູ໊, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 9 ເມສາ 2026.
ໃນເວລາ 8 ໂມງ 10 ນາທີ, ສະຫາຍ ເຈີນ ເກີ້ມ ຕູ໊, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະ ນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງ ດ້ວຍເຮືອບິນພິເສດ ມາເຖິງສະ ໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ; ຕາງໜ້າຄະນະທາງການຝ່າຍລາວ ອອກຕ້ອນຮັບນໍາໂດຍ ສະຫາຍ ເພັດ ພົມພິພັກ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ພ້ອມດ້ວຍບັນດາສະຫາຍການນໍາ ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງ ປະເທດ, ນະຄອນຫຼວງວຽງຈັນ ແລະ ເອກະອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ; ນອກນັ້ນ ຍັງມີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ພະນັກງານສະຖານທູດ, ຫົວໜ້າຫ້ອງການຜູ້ຕາງໜ້າຂອງຫວຽດນາມ ປະຈໍາ ລາວ ແລະ ຕາງໜ້າຊາວຫວຽດນາມ ທີ່ອາໃສຢູ່ລາວ ອອກຕ້ອນຮັບຄະນະ.
ໃນເວລາຕໍ່ມາ, ສະຫາຍ ເຈີນ ເກີ້ມ ຕູ໊ ພ້ອມດ້ວຍຄະນະ ໄດ້ໄປວາງພວງມາລາຢູ່ ອະນຸສາວະລີນັກຮົບນິລະ ນາມ ແລະ ຖືກຕ້ອນຮັບໂດຍ ສະຫາຍ ອາດສະພັງທອງ ສີພັນດອນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍ ປະທານສະຫະພັນນັກຮົບເກົ່າ, ຫົວໜ້າຫ້ອງວ່າການ, ເລຂາຄະນະບໍລິຫານງານພັກເມືອງໄຊເສດຖາ ຂອງ ນະຄອນຫຼວງວຽງຈັນ.
ຈາກນັ້ນ, ທີ່ສໍານັກງານ ຫ້ອງວ່າການສູນກາງພັກ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ, ໂດຍມີ ສະຫາຍ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍ ສະຫາຍການນໍາ ຫ້ອງວ່າການສູນກາງພັກ, ບັນດາສະຫາຍການນໍາ ຄະນະອ້ອມຂ້າງສູນກາງພັກ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ບັນດາກະຊວງ, ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ, ບໍລິຄໍາໄຊ, ຄໍາມ່ວນ, ຈໍາປາສັກ ແລະ ອັດຕະປື ໃຫ້ການຕ້ອນຮັບຄະນະ.
ຕໍ່ມາໃນເວລາ 9 ໂມງ 25, ກໍ່ໄດ້ມີການພົບປະທາງການສອງຝ່າຍ ລະຫວ່າງ ສະຫາຍ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ເຈີນ ເກີ້ມ ຕູ໊, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດ ນາມ, ເຊິ່ງ ສະຫາຍ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມປິຕິຍິນດີ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ຕ້ອນຮັບ ສະຫາຍ ເຈີນ ເກີ້ມ ຕູ໊ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ເຊິ່ງເປັນການເຄື່ອນໄຫວຕ່າງປະເທດຄັ້ງທໍາອິດ ພາຍຫຼັງ ສໍາເລັດກອງປະຊຸມໃຫຍ່ຂອງ ສອງພັກ, ພາຍຫຼັງສໍາເລັດກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ ກໍ່ຄື ໃນທ່າມກາງບັນຍາກາດທີ່ ສອງປະເທດ ໄດ້ມີການປັບປຸງ ຄະນະລັດຖະບານຊຸດໃໝ່ຂອງສອງປະເທດ ແລະ ໃນບັນຍາກາດການກະກຽມສະເຫຼີມສະຫຼອງປີໃໝ່ລາວ ທີ່ຈະໝູນວຽນມາເຖິງ, ເຊິ່ງສິ່ງດັ່ງກ່າວ ເປັນການສະແດງເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນແບບພິເສດຂອງ ພັກ, ລັດ ຫວຽດນາມ ທີ່ມີຕໍ່ ພັກ, ລັດ ລາວ ແລະ ເປັນສິ່ງຢັ້ງຢືນຢ່າງມີຊີວິດຊີວາ ເຖິງຄວາມສາມັກຄີພິເສດທີ່ຫາຍາກ ຂອງຄວາມຜູກພັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ; ເຊື່ອໝັ້ນວ່າ ການມາຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ພ້ອມດ້ວຍຄະນະຄັ້ງນີ້ ຈະປະສົບຜົນສໍາເລັດຢ່າງຈົບງາມ ແລະ ຈະເປັນແຮງຊຸກຍູ້ອັນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນພິເສດ ລາວ-ຫວຽດນາມ “ທີ່ມີໜຶ່ງ ບໍ່ມີສອງໃນໂລກນີ້” ໃຫ້ແຕກດອກອອກຜົນເປັນຈິງໃນລະດັບ ໃໝ່ທີ່ສູງກວ່າເກົ່າ, ພ້ອມທັງສະເໜີໃຫ້ສອງຝ່າຍ ສືບຕໍ່ຮັກສາມູນເຊື້ອການແລກປ່ຽນຢ້ຽມຢາມ, ການພົບປະລະຫວ່າງ ການນຳຂັ້ນສູງຂອງສອງພັກ, ສອງລັດ ໃຫ້ເປັນປົກກະຕິ; ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງພັກ, ຖະແຫຼງການ ແລະ ຂໍ້ຕົກລົງຮ່ວມມືຂອງ ສອງລັດຖະບານ, ລວມທັງບັນດາຂໍ້ຕົກລົງຮ່ວມມືໄລຍະໃໝ່ ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ເພື່ອແນໃສ່ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ; ແລກປ່ຽນຄະນະຊ່ຽວຊານ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ; ແລກປ່ຽນທາງດ້ານທິດສະດີ ແລະ ພຶດຕິກໍາ, ວຽກງານບໍາລຸງສ້າງພະນັກງານຂັ້ນຕ່າງໆ; ພົບປະແລກປ່ຽນ ລະຫວ່າງ ບັນດາກະຊວງ, ຄະນະຂອງພັກ, ຂະ ແໜງການ, ບັນດາອົງການຂອງສະພາແຫ່ງຊາດ, ແນວໂຮມ, ບັນດາອົງການຈັດຕັ້ງມະຫາຊົນ, ທ້ອງຖິ່ນຂອງສອງປະເທດ; ຍູ້ແຮງວຽກງານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມກ່ຽວກັບ ມູນເຊື້ອສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ. ສືບຕໍ່ຊຸກຍູ້ການເຊື່ອມໂຍງພື້ນຖານເສດຖະກິດ, ເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງ ລະຫວ່າງສອງປະເທດ ລາວ-ຫວຽດນາມ ແລະ ອື່ນໆ.
ໂອກາດນີ້, ສະຫາຍ ເຈີນ ເກີ້ມ ຕູ໊ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ, ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ. ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ເປັນຄັ້ງທໍາອິດ ແລະ ເປັນການເຄື່ອນໄຫວຕ່າງປະເທດ ໃນຖານະຕໍາແໜ່ງ ຜູ້ປະຈໍາການ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV, ເຊິ່ງມີຂຶ້ນໃນທ່າມກາງບັນຍາ ກາດທີ່ປະຊາຊົນລາວ ພວມກະກຽມຕ້ອນຮັບບຸນປີໃໝ່ ພສ 2569 ແລະ ສອງປະເທດ ພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ກໍຄື ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ສອງປະເທດໄດ້ຕົກລົງຮ່ວມກັນ; ຍິນດີຮ່ວມກັບຝ່າຍລາວ ຮ່ວມກັນແລກປ່ຽນຢ່າງເລິກເຊິ່ງກ່ຽວກັບທິດທາງ, ມາດຕະການ ເພື່ອແນໃສ່ເສີມຂະຫຍາຍ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ, ລາວ-ຫວຽດນາມ; ພ້ອມນັ້ນ ກໍ່ຢືນຢັນວ່າ ຫວຽດນາມ ຖື ລາວ ເປັນສະຫາຍອ້າຍນ້ອງທີ່ສະໜິດສະໜົມ ແລະ ຈະເຮັດສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຮ່ວມມື ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອລາວ, ຮ່ວມກັນຍາດໄດ້ຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ ໃນຕໍ່ໜ້າ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ, ພັດທະນາປະເທດຊາດຕາມທິດ ສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ວັດທະນະຖາວອນ ແລະ ນັບມື້ຍົກສູງບົດບາດໃນເວທີພາກພື້ນ ແລະ ສາກົນ.
ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ສະພາບພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ, ຜົນສໍາເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນຕ່າງໆ ແລະ ການປັບປຸງ ຄະນະລັດຖະບານຊຸດໃໝ່ ຂອງສອງປະເທດ; ຕີລາຄາສູງ ແລະ ຊົມເຊີຍຕໍ່ບັນດາຜົນສຳ ເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍທາງປະຫວັດສາດ ທີ່ ປະຊາຊົນສອງປະເທດ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ອັນໄດ້ເຮັດໃຫ້ ສອງປະເທດ ສາມາດສືບຕໍ່ຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວໃນລະດັບສູງຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ການພົວພັນຮ່ວມມຶືກັບຕ່າງປະເທດ ສືບຕໍ່ໄດ້ຮັບການເປີດກວ້າງ, ບົດບາດ ແລະ ອິດທິພົນຂອງ ສອງປະເທດ ນັບມື້ນັບພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ສອງຝ່າຍ ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ໄດ້ຍົກລະດັບຂຶ້ນສູ່ລະດັບສູງໃໝ່ ໃຫ້ສືບຕໍ່ມີການຂະຫຍາຍຕົວຮອບດ້ານ, ເລິກເຊິ່ງ ແລະ ມີຄຸນນະພາບຫຼາຍກວ່າເກົ່າ; ການຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ ແລະ ອື່ນໆ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາຜົນປະໂຫຍດຢ່າງເປັນຮູບປະທໍາ ມາສູ່ປະຊາຊົນສອງຊາດ.
ສອງຝ່າຍ ຕ່າງກໍ່ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍ ເຫຼືອອັນລໍ້າຄ່າ, ທັນການ, ມີປະສິດທິຜົນ ແລະ ຈິງໃຈ ທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ມີແກ່ກັນຕະຫຼອດໄລຍະດໍາເນີນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄື ໃນພາ ລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງລາວ ໃນປະຈຸບັນ.
ໃນໂອກາດນີ້, ສອງຝ່າຍ ກໍ່ໄດ້ມີການລົງນາມ ແລະ ມອບ-ຮັບ ເອກະສານການຮ່ວມມືສອງຝ່າຍ ໂດຍການເປັນສັກຂີພິຍານຂອງ ສອງສະຫາຍ ຜູ້ປະຈໍາການ ຄະນະບໍລິຫານງານສູນກາງພັກ ລາວ ແລະ ຫວຽດນາມ ເຊິ່ງເອກະ ສານທີ່ລົງນາມ ແລະ ມອບ-ຮັບ ໃນຄັ້ງນີ້ ປະກອບດ້ວຍ: (1) ໂຄງການຮ່ວມມືກ່ຽວກັບວຽກງານ ຂາເຂົ້າ-ຂາອອກ, ສໍາເນົາເອກະສານ, ຫໍສະໜຸດ ໄລຍະ 2026 – 2030 ລະຫວ່າງ ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ; (2) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ແຂວງຫຼວງນໍ້າທາ ສປປ ລາວ ແລະ ແຂວງດ້ຽນບຽນ ສສ ຫວຽດນາມ ໄລຍະ 2026 – 2029./
09/04/2026 18:24:41
09/04/2026 16:19:15
09/04/2026 15:59:55
08/04/2026 16:13:55
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
03/02/2025 08:56:07
17/11/2022 14:37:24
26/02/2025 15:29:23
10/04/2025 15:18:32
