ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະຣາຊະທູດໄທ ແລະ ເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 30/03/2026 11:20:53 ຈຳນວນຢ້ຽມຊົມ 74 ຄັ້ງ ໃນວັນທີ 30 ມີນາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ຄຣອງຂະນິດ ຮັກຈະເລີນ, ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ຄົນໃໝ່.
ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ ທ່ານເອກອັກຄະຣາຊະທູດໄທ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ພ້ອມທັງ ເຊື່ອໝັ້ນວ່າ ດ້ວຍບົດຮຽນ ແລະ ປະສົບການ ອັນອຸດົມສົມບູນຂອງ ທ່ານເອກອັກຄະຣາຊະທູດ ຈະສາມາດສືບຕໍ່ຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບ ລາວ-ໄທ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ມີບາດກ້າວອັນໃໝ່ຍິ່ງໆຂຶ້ນ.
ໃນຂະນະດຽວກັນ, ທ່ານເອກອັກຄະຣາຊະທູດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ໄດ້ມີໂອກາດເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍຕໍ່ ທ່ານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ຮັບການເລືອກຕັ້ງເປັນ ກໍາມະການສູນກາງພັກ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ ໃນບໍ່ດົນຜ່ານມາ, ພ້ອມທັງຢືນຢັນ ແລະ ໃຫ້ຄໍາ ໝັ້ນສັນຍາ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ໄທ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ສອງຝ່າຍ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ລາວ-ໄທ ໂດຍສະເພາະ ຜົນສໍາເລັດການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ໃນບໍ່ດົນຜ່ານມາ, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມສ້າງ ສາຍພົວພັນມິດຕະພາບ ລະຫວ່າງ ລາວ-ໄທ; ສອງຝ່າຍ ຍິນດີປະສານສົມທົບ ແລະ ຮ່ວມມືກັນຢ່າງໃກ້ຊິດ ເພື່ອຊຸກຍູ້ການຮ່ວມມືໃຫ້ເປັນຮູບປະທໍາ ແລະ ຈະເລີນງອກງາມຍິ່ງໆຂຶ້ນ, ໂດຍສະເພາະ ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ດ້ານພະ ລັງງານໄຟຟ້າ, ການກໍ່ສ້າງພື້ນຖານໂຄງລ່າງ, ການສ້າງຊັບພະຍາກອນມະນຸດ ແລະ ຂົງເຂດອື່ນໆ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ໄທ ກໍຄື ການປະກອບສ່ວນເຂົ້າໃນພາລະກິດແຫ່ງການເສີມສ້າງ ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ພ້ອມນັ້ນ, ໃນວັນດຽວກັນ ທ່ານ ບຸນເຫຼືອ ພັນດານຸວົງ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຍເກສ໌ວາ ສັງວານ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ, ໃນໂອກາດດັ່ງກ່າວ ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເຄື່ອນໄຫວຢ່າງຫ້າວຫັນຂອງ ທ່ານທູດ, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ແລະເສີມຂະຫຍາຍການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ.ອິນເດຍ. ພ້ອມດຽວກັນນີ້, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງ ລັດຖະບານອິນເດຍ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດບັນດາໂຄງການ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນຳ້ຄົງຄາ (MGC) ກໍຄື ບັນດາໂຄງການໃນຂົງເຂດການສົ່ງເສີມການປູກຝັງ, ລ້ຽງສັດ, ການກໍ່ສ້າງພື້ນຖານໂຄງລ່າງ, ສາທາລະນະສຸກ, ການຄ້າ-ການລົງທຶນ, ການພັດທະນາຊົນນະບົດ, ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ແລະ ຂະແໜງການອື່ນໆ.
ໃນໂອກາດດັ່ງກ່າວ, ທ່ານ ໂຍເກສ໌ວາ ສັງວານ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັັນອົບອຸ່ນ, ພ້ອມທັງຊົມ ເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ; ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສ.ອິນເດຍ-ສປປ ລາວ ແລະ ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ປະສານສົມທົບກັບ ຄະນະພົວພັນຕ່າງປະ ເທດສູນກາງພັກ ເພື່ອປະກອບສ່ວນຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ໃຫ້ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ຢືນຢັນຈະປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນຮ່ວມມືດ້ານພັກ ກໍ່ຄື ການທູດປະຊາຊົນ ລະຫວ່າງ ສອງປະເທດ, ສົ່ງເສີມຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ຊຸກຍູ້ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ໃຫ້ຫຼາຍຂຶ້ນ.
30/03/2026 11:20:53
26/03/2026 14:56:32
26/03/2026 14:46:21
25/03/2026 10:53:01
23/03/2026 09:07:35
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
03/02/2025 08:56:07
17/11/2022 14:37:24
26/02/2025 15:29:23


